Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:5 - ພຣະຄຳພີສັກສິ

5 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ​ສູ່​ພວກເຈົ້າ​ຮອບດ້ານ. ພວກເຈົ້າ​ທັງໝົດ​ຈະ​ແລ່ນ​ປົບໜີໄປ, ແຕ່ລະຄົນ​ຈະ​ແລ່ນ​ເອົາ​ຊີວິດ​ລອດ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈະ​ນຳ​ທະຫານ​ຂອງ​ພວກເຈົ້າ​ທີ່​ແຕກ​ໄປ​ນັ້ນ ມາ​ເຕົ້າໂຮມ​ກັນ​ໄດ້​ອີກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:5
16 Jak'a apnaqawi uñst'ayäwi  

ເຮົາ​ຈະ​ບັນດານ​ໃຫ້​ກະສັດ​ໄດ້ຍິນ​ຂ່າວ​ຊ່າລື ຊຶ່ງ​ຈະ​ເຮັດ​ໃຫ້​ລາວ​ກັບຄືນ​ເມືອ​ປະເທດ​ຂອງ​ລາວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ຖືກ​ຂ້າ​ຢູ່​ທີ່​ນັ້ນ.”’


ສຽງ​ແຫ່ງ​ຄວາມຢ້ານ​ຈະ​ຮ້ອງ​ແຜດ​ໃສ່​ຫູ​ເຂົາ ຄົນ​ຂີ້ລັກ​ຈະ​ໂຈມຕີ ເມື່ອ​ຕົນ​ຄິດ​ວ່າ​ປອດໄພ​ແລ້ວ.


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ພວກເຂົາ​ເວົ້າ​ກັບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ດີ. ຂໍ​ປົກປ້ອງ​ພວກເຮົາ​ໄວ້​ດັ່ງ​ຕົ້ນໄມ້​ໃຫ້​ຮົ່ມເຢັນ ໃນ​ທ່າມກາງ​ແສງ​ແດດ​ຂອງ​ຕອນທ່ຽງ​ດ້ວຍ; ແລະ​ຂໍ​ໃຫ້​ພວກເຮົາ​ໄດ້​ພັກຜ່ອນ​ຢູ່​ໃຕ້​ຮົ່ມ​ຂອງ​ພວກເຈົ້າ​ເຖີດ. ພວກເຮົາ​ເປັນ​ຊາວ​ອົບພະຍົບ ຂໍ​ເຊື່ອງ​ພວກເຮົາ​ໄວ້​ຢູ່​ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຫາ​ພົບ​ໄດ້​ແດ່.


ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.


ຈົ່ງ​ຢຶດເອົາ​ຜ້າເຕັນ​ກັບ​ຝູງສັດ​ຂອງ​ພວກເຂົາ ຄື​ຜ້າກັ້ງ​ຂອງ​ເຕັນ ແລະ​ທຸກສິ່ງ​ທີ່​ຢູ່​ໃນ​ເຕັນ​ນັ້ນ. ຈົ່ງ​ຢຶດ​ຝູງ​ອູດ​ຂອງ​ພວກເຂົາ ແລະ​ບອກ​ປະຊາຊົນ​ວ່າ, ‘ຄວາມຢ້ານ​ອັນ​ໃຫຍ່​ໄດ້​ມາ​ອ້ອມຮອບ​ພວກເຈົ້າ​ແລ້ວ.”’


ພວກເຮົາ​ບໍ່​ກ້າ​ອອກ​ໄປ​ນອກ​ເມືອງ ຫລື​ຍ່າງ​ຕາມ​ຖະໜົນ​ຫົນທາງ ເພາະ​ເຫຼົ່າ​ສັດຕູ​ຖື​ອາວຸດ​ອ້ອມລ້ອມ​ພວກເຮົາ​ຢູ່ ແລະ​ພວກເຮົາ​ກໍ​ຢ້ານກົວ​ພວກເຂົາ​ຫລາຍ.”


ປະຊາຊົນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ໜີໄປ​ສາ ພວກເຈົ້າ​ເປັນ​ມົນທິນ ຢ່າ​ສູ່​ແຕະຕ້ອງ​ຂ້ອຍ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຊັດເຊ​ພະເນຈອນ​ໄປ ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ​ຂາດ​ການ​ຕ້ອນຮັບ.


ພວກເຈົ້າ​ຈະ​ຖືກ​ແກ່​ລາກ​ອອກ​ໄປ​ທາງ​ກຳແພງ​ແຕກ​ບ່ອນ​ໃກ້​ທີ່ສຸດ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ເສຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka