Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:4 - ພຣະຄຳພີສັກສິ

4 ເປັນຫຍັງ​ປະຊາຊົນ​ທີ່​ບໍ່​ສັດຊື່​ດັ່ງ​ພວກເຈົ້າ​ຈຶ່ງ​ເວົ້າ​ຄຸຍ? ກຳລັງ​ຂອງ​ພວກເຈົ້າ​ນັ້ນ​ໝົດ​ສາ​ແລ້ວ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝັ້ນໃຈ​ໃນ​ກຳລັງ​ຂອງ​ພວກເຈົ້າ ແລະ​ເວົ້າ​ວ່າ, ‘ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ພວກເຮົາ​ດອກ?”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:4
18 Jak'a apnaqawi uñst'ayäwi  

ເມື່ອ​ຖືກ​ຄົນຊົ່ວຮ້າຍ​ຜູ້​ທີ່​ວາງໃຈ​ໃນ​ຄວາມຮັ່ງມີ ອວດດີ​ໃນ​ຊັບສິນ​ອັນ​ໃຫຍ່ໂຕ​ຂອງ​ເຂົາເຈົ້າ.


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ຄວາມ​ຮັ່ງມີ​ຄຸ້ມຄອງ​ຄົນ​ຮັ່ງມີ​ໄວ້ ສ່ວນ​ຄວາມ​ທຸກ​ລຳບາກ​ທຳລາຍ​ຄົນ​ຍາກຈົນ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.


ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka