36 ເຮົາຈະເຮັດໃຫ້ລົມພັດມາຈາກທຸກທິດເພື່ອຕໍ່ສູ້ເອລາມ ແລະເຮົາຈະເຮັດໃຫ້ປະຊາຊົນໃນດິນແດນນັ້ນ ກະຈັດກະຈາຍໄປທົ່ວທຸກບ່ອນ ຈົນມີຜູ້ລີ້ໄພຢູ່ໃນທຸກໆປະເທດ.
ພຣະເຈົ້າຢາເວກຳລັງສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ພຣະອົງກຳລັງນຳພວກທີ່ຖືກຈັບໄປນັ້ນກັບຄືນມາ.
ອົງພຣະຜູ້ເປັນເຈົ້າຈະຍົກທຸງຂຶ້ນເປັນສັນຍານ ເພື່ອສະແດງໃຫ້ຊົນຊາດຕ່າງໆຮູ້ວ່າ ພຣະອົງກຳລັງເຕົ້າໂຮມປະຊາຊົນຂອງພຣະອົງເຂົ້າກັນ ຄືປະຊາຊົນຂອງອິດສະຣາເອນແລະຢູດາຍ ທີ່ກະຈັດກະຈາຍຢູ່ຕາມທິດທັງສີ່ຂອງໂລກນັ້ນໃຫ້ກັບຄືນມາ.
ເມື່ອວັນນັ້ນມາເຖິງ ສຽງແກຈະດັງຂຶ້ນ ເພື່ອເອີ້ນເອົາພວກອິດສະຣາເອນທັງໝົດທີ່ໄດ້ຖືກເນລະເທດໄປນັ້ນ ໃຫ້ກັບຄືນມາຈາກອັດຊີເຣຍ ແລະປະເທດເອຢິບ. ພວກເຂົາຈະມານະມັດສະການພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ ຄືທີ່ເທິງເນີນພູສັກສິດຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ນຳປະຊາຊົນອິດສະຣາເອນຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນຳປະຊາຊົນອື່ນໆມາຮ່ວມກັບພວກເຂົາ.
ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ພວກເຈົ້າຫາຍດີ ແລະປິ່ນປົວບາດແຜ ເຖິງແມ່ນເຫຼົ່າສັດຕູເວົ້າກໍຕາມວ່າ, ‘ພູເຂົາຊີໂອນຖືກປະຖິ້ມ ແລະບໍ່ມີຜູ້ໃດສົນໃຈ.”’
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຢຶດຝູງອູດ ແລະຝູງງົວຂອງພວກເຂົາໄປໃຫ້ໝົດ ເຮົາຈະກະຈັດກະຈາຍຄົນທີ່ຕັດຜົມສັ້ນໄປທຸກທິດທຸກທາງ ແລະເຮົາຈະນຳໄພພິບັດມາສູ່ພວກເຂົາຮອບດ້ານ.
ຜົນກໍຄື ພວກຜູ້ເປັນພໍ່ແມ່ໃນນະຄອນເຢຣູຊາເລັມຈະກິນລູກຂອງຕົນເອງ ແລະພວກລູກໆກໍຈະກິນພໍ່ແມ່ຂອງຕົນເອງ. ເຮົາຈະລົງໂທດເຈົ້າ; ສ່ວນພວກທີ່ຍັງເຫລືອມີຊີວິດຢູ່ນັ້ນ ເຮົາຈະກະຈັດກະຈາຍພວກເຂົາໄປທົ່ວທຸກທິດ.”
ສ່ວນໜຶ່ງຂອງປະຊາຊົນຂອງເຈົ້ານັ້ນຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ຕະຫລອດທັງການອຶດຢາກຢູ່ໃນເມືອງ; ສ່ວນໜຶ່ງນັ້ນຈະຖືກຄົມດາບຢູ່ນອກເມືອງ ແລະສ່ວນສຸດທ້າຍນັ້ນເຮົາຈະໃຫ້ກະຈັດກະຈາຍໄປຕາມລົມ ແລະທັງຈະໃຊ້ດາບໄລ່ຕິດຕາມພວກເຂົາໄປດ້ວຍ.
ແຕ່ໃນເວລາທີ່ເພິ່ນມີອຳນາດຍິ່ງໃຫຍ່ນັ້ນ ອານາຈັກຂອງເພິ່ນຈະແຕກແຍກ ແລະຈະຖືກແບ່ງອອກເປັນສີ່ສ່ວນ. ບັນດາກະສັດທີ່ບໍ່ໄດ້ສືບເຊື້ອສາຍມາຈາກເພິ່ນຈະປົກຄອງແທນເພິ່ນ, ແຕ່ພວກນີ້ຈະບໍ່ມີອຳນາດດັ່ງທີ່ເພິ່ນໄດ້ມີ.
ເຂົາທີ່ປົ່ງອອກມາແທນເຂົາທຳອິດທີ່ຫັກອອກນັ້ນ ໝາຍເຖິງອານາຈັກທັງສີ່ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ເຂັ້ມແຂງດັ່ງອານາຈັກທຳອິດ.
ຝ່າຍແບ້ກໍຍິ່ງມີຄວາມເຍີ້ຍິ່ງຈອງຫອງຫລາຍຂຶ້ນ ແລ້ວໃນເວລາທີ່ມັນມີອຳນາດແຂງຫລາຍນັ້ນ ເຂົາຂອງມັນໄດ້ຫັກອອກ, ແຕ່ມີສີ່ເຂົາທີ່ສຳຄັນໄດ້ປົ່ງອອກມາແທນ ແຕ່ລະເຂົາກໍຊີ້ໄປທິດທາງຕ່າງກັນ.
ເຮົາຈະອອກຄຳສັ່ງ ແລະຈະຝັດຮ່ອນພວກອິດສະຣາເອນ ດັ່ງຝັດຮ່ອນເຂົ້າຢູ່ໃນກະດົ້ງ. ເຮົາຈະຝັດຮ່ອນພວກເຂົາໃນທ່າມກາງຊົນຊາດທັງຫລາຍ ເພື່ອເອົາຜູ້ທີ່ບໍ່ມີຄຸນຄ່າທຸກຄົນອອກໄປ.
ເທວະດາຕົນນັ້ນໄດ້ຕອບວ່າ, “ລົດຮົບເຫຼົ່ານີ້ ໝາຍເຖິງລົມທັງສີ່ທິດ ທີ່ຫາກໍມາແຕ່ເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວແຫ່ງແຜ່ນດິນໂລກນີ້ທັງໝົດ.”
ພຣະເຈົ້າຢາເວຈະໃຫ້ສັດຕູມາຊະນະພວກເຈົ້າ. ພວກເຈົ້າຈະໂຈມຕີພວກເຂົາທາງທິດດຽວ ແຕ່ພວກເຈົ້າຈະແລ່ນເປີດໜີໄປທຸກທິດທຸກທາງ ແລະປະຊາຊົນທັງໝົດເທິງແຜ່ນດິນໂລກຈະອົກສັ່ນຂວັນເສຍ ເມື່ອພວກເຂົາໄດ້ຍິນສິ່ງທີ່ເກີດຂຶ້ນກັບພວກເຈົ້າ.
ພຣະເຈົ້າຢາເວຈະກະຈັດກະຈາຍພວກເຈົ້າໃນທ່າມກາງທຸກຊົນຊາດ ຕັ້ງແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງໂລກ ແລ້ວພວກເຈົ້າກໍຈະຂາບໄຫວ້ບັນດາຮູບເຄົາຣົບທີ່ເປັນໄມ້ແລະເປັນຫີນ ຊຶ່ງທັງພວກເຈົ້າເອງແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ.
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ ຢືນຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຫ້າມລົມທັງສີ່ທິດບໍ່ໃຫ້ພັດໃສ່ແຜ່ນດິນ ຫລືໃສ່ທະເລ ຫລືໃສ່ຕົ້ນໄມ້ໃດໆ.