35 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ເຮົາຈະຂ້ານັກຍິງທະນູທັງໝົດ ທີ່ໄດ້ເຮັດໃຫ້ເອລາມມີອຳນາດ.
ພຣະອົງຊົງກ່າວວ່າ, “ຈົ່ງງຽບສະຫງົບຢູ່ ແລະຈົ່ງຮູ້ເຖີດວ່າເຮົາຄືພຣະເຈົ້າ ເຮົາເປັນທີ່ຍົກຍໍໃນທ່າມກາງບັນດາປະຊາຊາດ ເຮົາເປັນທີ່ຍົກຍໍເທິງແຜ່ນດິນໂລກ.”
ພຣະອົງເຮັດໃຫ້ເສິກສົງຄາມໃນທົ່ວໂລກຢຸດຕິລົງ ຫັກຄັນທະນູທຳລາຍຫອກແລະຈູດໂລ້.
ຂ້າພະເຈົ້າໄດ້ເຫັນນິມິດຂອງເຫດການທີ່ໂຫດຮ້າຍ ຄືນິມິດຂອງການທໍລະຍົດ ແລະການທຳລາຍ. ກອງທັບຂອງເອລາມເອີຍ ຈົ່ງໂຈມຕີເຖີດ ກອງທັບຂອງມີເດຍເອີຍ ຈົ່ງປິດລ້ອມເມືອງທັງຫລາຍໄວ້ເຖີດ ພຣະເຈົ້າໄດ້ກະທຳໃຫ້ຄວາມທົນທຸກ ຊຶ່ງນະຄອນບາບີໂລນໄດ້ສ້າງຂຶ້ນນັ້ນສິ້ນສຸດລົງແລ້ວ.
ພວກທະຫານຈາກດິນແດນເອລາມໄດ້ຂີ່ມ້າມາ ພ້ອມທັງມີໜ້າທະນູ ແລະລູກທະນູຄົບມື. ພວກທະຫານຈາກດິນແດນກີຣະ ກໍມີໂລ້ຂອງພວກເຂົາຕຽມໄວ້ພ້ອມ.
ພວກນັກຍິງທະນູເອີຍ ຈົ່ງລຽນແຖວເຂົ້າເຮັດເສິກຕໍ່ສູ້ນະຄອນບາບີໂລນແລະອ້ອມໄວ້. ຈົ່ງຍິງລູກທະນູທັງໝົດຂອງພວກເຈົ້າສຸມໃສ່ນະຄອນບາບີໂລນຍ້ອນເມືອງນີ້ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
“ຈົ່ງບອກພວກນັກຍິງທະນູໃຫ້ໂຈມຕີນະຄອນບາບີໂລນ. ຈົ່ງສົ່ງທຸກຄົນທີ່ຮູ້ຈັກຍິງໜ້າທະນູອອກໄປ. ຈົ່ງອ້ອມເມືອງໄວ້ ແລະຢ່າໃຫ້ຜູ້ໃດປົບໜີໄປໄດ້. ຈົ່ງແກ້ແຄ້ນໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຍ້ອນເມືອງນັ້ນໄດ້ອວດດີກັບພຣະເຈົ້າຢາເວ ອົງບໍຣິສຸດຂອງຊາດອິດສະຣາເອນ.
ພວກເຂົາພາກັນມາເພື່ອທຳລາຍນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູກໍຖືກຫັກຖິ້ມ. ພຣະເຈົ້າຢາເວເປັນພຣະເຈົ້າອົງທີ່ລົງໂທດຄວາມຊົ່ວຂອງພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນຕາມມັນສົມຄວນໄດ້ຮັບ.
ໃນເວລານັ້ນ ເຮົາຈະທຳລາຍອຳນາດທາງທະຫານຂອງຊາດອິດສະຣາເອນ ທີ່ຮ່ອມພູຢິດຊະເຣນ.”