Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:34 - ພຣະຄຳພີສັກສິ

34 ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ດິນແດນ​ເອລາມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:34
12 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ມີ​ກະສັດ​ສີ່​ຄົນ​ດັ່ງນີ້: ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ, ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ, ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ ແລະ​ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ;


ເພື່ອ​ສູ້ຮົບ​ກັບ​ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ, ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ, ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ ແລະ​ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ​ຄື: ກະສັດ​ຫ້າ​ຄົນ​ຕໍ່ສູ້​ກະສັດ​ສີ່​ຄົນ.


“ຈາກ​ເຣຮູມ​ຜູ້ປົກຄອງ​ແຂວງ, ຈາກ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ, ຈາກ​ຜູ້​ຮ່ວມງານ​ຂອງ​ພວກເຂົາ, ຈາກ​ພວກ​ຜູ້ຕັດສິນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຄົນອື່ນໆ ທັງໝົດ​ທີ່​ມາ​ຈາກ​ຖິ່ນຖານ​ເອເຣັກ, ບາບີໂລນ ແລະ​ຊູຊາ​ທີ່​ດິນແດນ​ເອລາມ,


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;


ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka