ເຢເຣມີຢາ 49:33 - ພຣະຄຳພີສັກສິ33 ເມືອງຮາໂຊຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ ຄືເປັນບ່ອນທີ່ໝາປ່າອາໄສຢູ່ເທົ່ານັ້ນ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກ.” Uka jalj uñjjattʼäta |
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”