Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:30 - ພຣະຄຳພີສັກສິ

30 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຮາໂຊ​ເອີຍ ຈົ່ງ​ແລ່ນ​ປົບໜີໄປ​ໄກແສນໄກ ແລະ​ຫລົບລີ້​ຢູ່​ສາ. ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ວາງແຜນ​ຮ້າຍ​ຕໍ່ສູ້​ພວກເຈົ້າ ແລະ​ລາວ​ເວົ້າ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:30
4 Jak'a apnaqawi uñst'ayäwi  

ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ແມ່ນ​ຜູ້​ທີ່​ໄດ້​ວາງ​ຊົນຊາດ​ເຫຼົ່ານີ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ຜູ້ຮັບໃຊ້​ຂອງເຮົາ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ນາໆ​ຊະນິດ​ຮັບໃຊ້​ລາວ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka