Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:3 - ພຣະຄຳພີສັກສິ

3 ປະຊາຊົນ​ເຮັດຊະໂບນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ເມືອງ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ ຜູ້ຍິງ​ຊາວ​ເມືອງ​ຣັບບາ​ເອີຍ ຈົ່ງ​ໄວ້ທຸກ​ເຖີດ ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ໄວ້ທຸກ​ສາ. ຈົ່ງ​ແລ່ນ​ສັບສົນ​ອົນລະວົນ​ສາ. ພະ​ມິນກົມ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ພ້ອມ​ກັບ​ພວກ​ປະໂຣຫິດ​ແລະ​ບັນດາ​ເຈົ້ານາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:3
28 Jak'a apnaqawi uñst'ayäwi  

ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ເພິ່ນ​ໄດ້​ຂາບໄຫວ້​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ ແລະ​ພະ​ມິນກົມ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.


ເບັດເອນ ແລະ​ອາອີ - 223 ຄົນ


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ສຽງ​ຄວນຄາງ​ກັບ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈະ​ມີ​ຢູ່​ໃນ​ທຸກ​ເມືອງ​ຂອງ​ຊາວ​ຟີລິດສະຕິນ ພວກເຈົ້າ​ທັງໝົດ​ຈະ​ປະສົບ​ຄວາມ​ໜ້າຢ້ານ ເພາະ​ມັນ​ເໝືອນ​ດັ່ງ​ເມກ​ກຳລັງ​ມາ​ຈາກ​ທາງ​ທິດເໜືອ ແມ່ນ​ກອງທັບ​ໜຶ່ງ​ທີ່​ມີ​ແຕ່​ຜູ້​ກ້າຫານ​ທັງນັ້ນ ທີ່​ກຳລັງ​ເດີນທາງ​ມາ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.


ຊາວ​ເມືອງ​ໂຟນີເຊຍ​ເອີຍ ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ຈົ່ງ​ພະຍາຍາມ​ປົບໜີໄປ​ຍັງ​ຕາກຊິດ​ສາ


ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ອາໂມນ ພະ​ຂອງ​ເມືອງ​ເທເບ​ພ້ອມ​ກັບ​ເອຢິບ​ຕະຫລອດ​ທັງ​ພວກ​ພະ ແລະ​ບັນດາ​ກະສັດ​ດ້ວຍ. ເຮົາ​ກຳລັງ​ຈະ​ເອົາ​ກະສັດ​ເອຢິບ ແລະ​ໝົດ​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ລາວ,


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ພວກເຂົາ​ຈະ​ຕອບ​ວ່າ, ‘ໂມອາບ​ແຕກ​ແລ້ວ​ເດ ເປັນ​ໜ້າອັບອາຍ​ຫລາຍ ແລະ​ທຸກໃຈ​ແທ້ໆ. ຈົ່ງ​ໄປ​ປະກາດ​ຕາມ​ແຄມ​ແມ່ນໍ້າ​ອາກໂນນ​ວ່າ ດິນແດນ​ໂມອາບ​ໄດ້​ເຖິງ​ທີ່​ປະລາໄຊ​ແລ້ວ.’


ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.


ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.


ກະສັດ​ຂອງ​ພວກເຂົາ​ແລະ​ພວກ​ນາຍ​ທະຫານ​ທັງໝົດ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ນຳ​ເອົາ​ທະຫານ​ທັງໝົດ​ຂຶ້ນ​ໄປ​ສູ່​ເມືອງ​ອາອີ. ຢ່າຢ້ານ​ຫລື​ທໍ້ຖອຍ​ໃຈ​ເລີຍ. ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ກະສັດ​ແຫ່ງ​ອາອີ, ປະຊາຊົນ, ເມືອງ ຕະຫລອດ​ທັງ​ດິນແດນ​ຂອງ​ລາວ​ດ້ວຍ.


ໂຢຊວຍ​ໄດ້​ຈູດ​ເມືອງ​ອາອີ​ແລະ​ປະ​ໃຫ້​ເປັນ​ເມືອງ​ຮ້າງ. ສະນັ້ນ ເມືອງ​ອາອີ​ຈຶ່ງ​ຍັງ​ເປັນ​ເມືອງ​ຮ້າງ​ຕະຫລອດ​ມາ​ເຖິງ​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka