Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:28 - ພຣະຄຳພີສັກສິ

28 ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ເຜົ່າ​ເກດາ ແລະ​ທ້ອງຖິ່ນ​ຕ່າງໆ​ຊຶ່ງ​ຖືກ​ຄວບຄຸມ​ໂດຍ​ເມືອງ​ຮາໂຊ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຕີ​ໄດ້​ວ່າ, “ຈົ່ງ​ໂຈມຕີ​ປະຊາຊົນ​ເກດາ ແລະ​ທຳລາຍ​ເຜົ່າ​ທາງທິດ​ຕາເວັນອອກ

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:28
20 Jak'a apnaqawi uñst'ayäwi  

ມີ​ລູກຊາຍ​ຕາມ​ລະດັບ​ການ​ເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,


ກ່ອນ​ຕາຍໄປ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງຂອງ​ບາງສ່ວນ​ໃຫ້​ລູກຊາຍ​ທຸກໆ​ຄົນ ທີ່​ໄດ້​ຈາກ​ເມຍ​ຜູ້​ອື່ນໆ. ແລ້ວ​ກໍ​ໃຫ້​ພວກເຂົາ​ໜີ​ຈາກ​ອີຊາກ​ລູກຊາຍ​ຂອງຕົນ ໄປ​ຢູ່​ດິນແດນ​ທາງທິດ​ຕາເວັນອອກ.


ລູກຊາຍ​ຂອງ​ອິດຊະມາເອນ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ສິບສອງ​ເຜົ່າ ມີ​ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.


ຂ້ອຍ​ເປັນ​ຄົນ​ດຳແຫລ້​ແຕ່ ສວຍງາມ ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ດຳ​ດັ່ງ​ຜ້າເຕັນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເກດາ​ນັ້ນ ແຕ່​ກໍ​ງາມ​ດັ່ງ​ຜ້າກັ້ງ ທີ່​ຫ້ອຍ​ໄວ້​ໃຫ້​ງາມຕາ ໃນ​ຣາຊວັງ​ຂອງ​ໂຊໂລໂມນ​ນັ້ນ.


ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ


ເມືອງ​ທີ່​ຖິ່ນ​ແຫ້ງແລ້ງ ຈົ່ງ​ຍົກຍໍ​ພຣະເຈົ້າ​ເດີ ປະຊາຊົນ​ທີ່​ເມືອງ​ເກດາ ຈົ່ງ​ສັນລະເສີນ​ພຣະເຈົ້າ ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເສລາ ຮ້ອງ​ຈາກ​ຈອມພູ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ


ຈົ່ງ​ໄປ​ທາງ​ທິດ​ຕາເວັນຕົກ​ຂອງ​ເກາະ​ໄຊປຣັດ ສົ່ງ​ຜູ້ໜຶ່ງ​ໄປ​ທາງທິດ​ຕາເວັນອອກ​ຂອງ​ເກດາ​ພຸ້ນ. ພວກເຈົ້າ​ຈະ​ເຫັນ​ວ່າ​ບໍ່ມີ​ເຫດການ​ໃດໆ ທີ່​ເຄີຍ​ເກີດຂຶ້ນ​ມາ​ດັ່ງ​ເຫດການ​ເຫຼົ່ານີ້.


ບັນດາ​ເມືອງ​ຕ່າງໆ ເຊັ່ນ: ເດດານ, ເຕມາ ແລະ​ບູຊະ; ບັນດາ​ປະຊາຊົນ​ທັງໝົດ​ທີ່​ກຽນ​ຜົມ​ສັ້ນໆ;


ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ອາຣາເບຍ; ບັນດາ​ກະສັດ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ;


ຂ້າພະເຈົ້າ​ກ່າວ​ວ່າ, “ເອໂດມ​ເອີຍ ຂ້ອຍ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ. ພຣະອົງ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ຊົນຊາດ​ທັງຫລາຍ ເພື່ອ​ຮວບຮວມ​ກອງທັບ​ຂອງ​ພວກເຂົາ​ໃຫ້​ຕຽມພ້ອມ​ໂຈມຕີ​ເຈົ້າ.


ເມືອງ​ຮາໂຊ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ ຄື​ເປັນ​ບ່ອນ​ທີ່​ໝາປ່າ​ອາໄສ​ຢູ່​ເທົ່ານັ້ນ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ.”


ຊາວ​ອາຣັບ​ແລະ​ພວກ​ຜູ້ປົກຄອງ​ດິນແດນ​ເກດາ ກໍ​ເອົາ​ຝູງ​ລູກແກະ, ຝູງແກະ ແລະ​ຝູງແບ້​ຈ່າຍ​ເປັນ​ຄ່າ​ສິນຄ້າ​ຂອງເຈົ້າ.


ເທື່ອໃດ​ທີ່​ຊາວ​ອິດສະຣາເອນ​ຫວ່ານ​ເຂົ້າ ຊາວ​ມີດີອານ​ພ້ອມ​ດ້ວຍ​ຊາວ​ອາມາເຫຼັກ ແລະ​ຄົນ​ໃນ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ມາ​ບຸກໂຈມຕີ​ພວກເຂົາ​ເທື່ອນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka