Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:26 - ພຣະຄຳພີສັກສິ

26 ໃນ​ວັນ​ນັ້ນ ຊາຍໜຸ່ມ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ເມືອງ ແລະ​ທະຫານ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ.” ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:26
7 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ; ລູກ​ຂອງ​ພວກເຂົາ​ຈະ​ອຶດຫິວ​ຕາຍ.


ສະນັ້ນ ພວກ​ຊາວ​ໜຸ່ມ​ໃນ​ເມືອງ​ນີ້​ຈຶ່ງ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ ພວກ​ທະຫານ​ທັງໝົດ​ກໍ​ຈະ​ຖືກ​ທຳລາຍ​ໃນ​ມື້​ນັ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.


ສິນຄ້າ​ທັງໝົດ​ຂອງເຈົ້າ​ທີ່​ເປັນ​ຊັບສົມບັດ ແລະ​ລູກ​ເຮືອ​ທັງໝົດ​ທີ່​ຢູ່​ໃນ​ເຮືອ​ຂອງເຈົ້າ ພວກ​ກໍ່ສ້າງ​ເຮືອ​ພ້ອມ​ສິນຄ້າ​ຂອງ​ເຈົ້າ​ທັງໝົດ ຕະຫລອດ​ທັງ​ທະຫານ​ທຸກຄົນ​ທີ່​ຢູ່​ໃນ​ເຮືອ​ນັ້ນ ທັງໝົດ​ລ້ວນແຕ່​ໄດ້​ສູນເສຍ​ທີ່​ທ້ອງ​ທະເລ ເມື່ອ​ເຮືອ​ເຈົ້າ​ຖືກ​ຕີ​ແຕກ​ເພພັງ​ໄປ​ສິ້ນ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka