24 ປະຊາຊົນດາມັສກັດອ່ອນກຳລັງ ແລະປົບໜີໄປດ້ວຍຄວາມຢ້ານກົວຫລາຍ. ພວກເຂົາເຈັບປວດ ແລະທົນທຸກທໍລະມານດັ່ງຜູ້ຍິງຄອດລູກ.
ແລ້ວພຣະອົງກໍໄດ້ກ່າວກັບຍິງນັ້ນວ່າ, “ເຮົາຈະເພີ່ມຄວາມລຳບາກເມື່ອເຈົ້າຖືພາ, ເຈົ້າຈະຕ້ອງເບັ່ງລູກອອກມາຢ່າງເຈັບປວດເຫລືອລົ້ນ. ເຖິງປານນັ້ນເຈົ້າກໍບໍ່ພົ້ນທີ່ຢາກໄດ້ຜົວ, ແລ້ວຜົວຂອງເຈົ້ານັ້ນຈະເປັນນາຍເໜືອເຈົ້າ.”
ພວກເຂົາທຸກຄົນຈະຢ້ານກົວຍິ່ງ ແລະເຈັບປວດໜັກ ຄືເຈັບດັ່ງຜູ້ຍິງຈະຄອດລູກ. ພວກເຂົາຈະເບິ່ງກັນແລະກັນດ້ວຍຄວາມຢ້ານກົວ ແລະສີໜ້າຂອງພວກເຂົາກໍຮູ້ສຶກເຜົາຮ້ອນດ້ວຍຄວາມອັບອາຍ.
ບັດນີ້ ຈົ່ງຢຸດຟັງແລະຄິດເບິ່ງວ່າ ຊາຍຜູ້ໜຶ່ງນັ້ນກຳເນີດລູກໄດ້ບໍ? ເປັນຫຍັງເຮົາຈຶ່ງເຫັນຊາຍທຸກຄົນອູ້ມທ້ອງຕົນ ໜ້າຕາທຸກຄົນຊີດຂາວດັ່ງຜູ້ຍິງຄອດລູກ?
ຂ້ານ້ອຍໄດ້ຍິນສຽງຮ້ອງດັ່ງຜູ້ຍິງກຳລັງຄອດລູກ ຄວນຄາງເຈັບປວດທີ່ສຸດຄືກັບການເກີດລູກກົກ. ສຽງຮ້ອງເກືອບໃຈຈະຂາດຂອງນະຄອນເຢຣູຊາເລັມ ຊຶ່ງກຳລັງຄວນຄາງ ແລະວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະເວົ້າອອກມາວ່າ, “ເຄາະກຳຂ້ອຍນໍ ພວກເຂົາກຳລັງຈະມາຂ້າຂ້ອຍ.”
ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.
ສັດຕູຈະໂຈມຕີດັ່ງນົກອິນຊີ ຄືບິນລົງມາເທິງໂບຊະຣາ ໂດຍພືປີກອອກກວມ. ໃນວັນນັ້ນ ທະຫານເອໂດມຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.”
ຈົ່ງຢຶດເອົາຜ້າເຕັນກັບຝູງສັດຂອງພວກເຂົາ ຄືຜ້າກັ້ງຂອງເຕັນ ແລະທຸກສິ່ງທີ່ຢູ່ໃນເຕັນນັ້ນ. ຈົ່ງຢຶດຝູງອູດຂອງພວກເຂົາ ແລະບອກປະຊາຊົນວ່າ, ‘ຄວາມຢ້ານອັນໃຫຍ່ໄດ້ມາອ້ອມຮອບພວກເຈົ້າແລ້ວ.”’
ເຮົາຈະເຮັດໃຫ້ປະຊາຊົນເອລາມຢ້ານກົວເຫຼົ່າສັດຕູ ຄືຜູ້ທີ່ຢາກຂ້າພວກເຂົາ. ເຮົາຈະທຳລາຍປະຊາຊົນເອລາມດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ພຣະເຈົ້າຢາເວກ່າວວ່າ ແລະເຮົາຈະສົ່ງກອງທັບທັງຫລາຍມາຕໍ່ສູ້ຈົນກວ່າເຮົາໄດ້ກຳຈັດພວກເຂົາໃຫ້ໝົດໄປ.
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
ຊາວອິດສະຣາເອນມີໂອກາດທີ່ຈະມີຊີວິດຢູ່, ແຕ່ພວກເຂົາປະໂອກາດນັ້ນໄປ ເພາະຄວາມໂງ່ຈ້າດັ່ງເດັກນ້ອຍທີ່ກຳລັງຈະເກີດ ແຕ່ບໍ່ຍອມອອກມາຈາກທ້ອງແມ່.
ເຫດການທັງປວງເຫຼົ່ານີ້ ຈະເປັນເໝືອນເບື້ອງຕົ້ນຂອງການເຈັບທ້ອງເກີດລູກ.
ດ້ວຍວ່າ, ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫຼົ່ານີ້ ຈະເປັນເໝືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ.