ເຢເຣມີຢາ 49:23 - ພຣະຄຳພີສັກສິ23 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງນະຄອນດາມັສກັດວ່າ, “ປະຊາຊົນໃນເມືອງຮາມັດແລະອັກປັດ ຕ່າງກໍກະວົນກະວາຍ ແລະເດືອດຮ້ອນຍ້ອນພວກເຂົາໄດ້ຍິນຂ່າວບໍ່ດີ. ຄວາມວິຕົກກັງວົນທັບຖ້ວມພວກເຂົາດັ່ງນໍ້າທະເລໄຫລຊັດຈົນພວກເຂົາຢູ່ບໍ່ເປັນສຸກ. Uka jalj uñjjattʼäta |
ກະສັດອັດຊີເຣຍໄດ້ນຳເອົາປະຊາຊົນແຕ່ເມືອງຕ່າງໆຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອີວາ, ເມືອງຮາມັດ ແລະເມືອງເສຟາກວາອິມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງໆຂອງນະຄອນຊາມາເຣຍ ແທນພວກອິດສະຣາເອນທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະອາໄສຢູ່ໃນເມືອງເຫຼົ່ານີ້.
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.