21 ເມື່ອເອໂດມແຕກ ຈະມີສຽງດັງຈົນແຜ່ນດິນໂລກຫວັ່ນໄຫວ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດອ່າວອາກາບາ.
ເມື່ອນະຄອນບາບີໂລນຫຼົ້ມຈົມນັ້ນຈະມີສຽງດັງຂຶ້ນ ຈົນແຜ່ນດິນໂລກທັງໝົດສັ່ນສະເທືອນ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດຊົນຊາດທັງຫລາຍ.”
ດາບດວງຄົມເອີຍ ຈົ່ງຟັນໄປທາງຂວາແລະທາງຊ້າຍ ຟັນທຸກບ່ອນທີ່ເຈົ້າຫັນໄປ.
ສິ່ງທີ່ເຮົາກະທຳກັບເຈົ້ານັ້ນ ຈະເຮັດໃຫ້ຫລາຍຊົນຊາດສະດຸ້ງຕົກໃຈ. ເມື່ອເຮົາແກວ່ງດາບຂອງເຮົາກວາດໄປມາ ກະສັດທັງຫລາຍຈະຢ້ານກົວຈົນຕົວສັ່ນ. ໃນມື້ທີ່ເຈົ້າລົ້ມລົງນັ້ນ ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານເພາະຫ່ວງຊີວິດຕົນເອງ.
ກະສັດເຫຼົ່ານັ້ນກໍຢືນຢູ່ຫ່າງໄກ ເພາະຢ້ານໄພແຫ່ງການທໍລະມານຂອງນະຄອນນັ້ນ ແລະຈະກ່າວວ່າ, “ວິບັດ ວິບັດແລ້ວ ບາບີໂລນມະຫານະຄອນທີ່ແຂງແຮງເອີຍ ເຈົ້າໄດ້ຖືກການພິພາກສາລົງໂທດເສຍ ພາຍໃນຊົ່ວໂມງດຽວເທົ່ານັ້ນ.”