20 ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວກະທຳຕໍ່ສູ້ປະຊາຊົນເອໂດມ ແລະສິ່ງທີ່ພຣະອົງຕັ້ງໃຈກະທຳຕໍ່ຊາວເຕມານ. ແມ່ນແຕ່ລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະຢ້ານກົວໃຫຍ່.
ແຕ່ແຜນການຂອງພຣະເຈົ້າຢາເວໝັ້ນຄົງສະເໝີມາ ຄວາມປະສົງຂອງພຣະອົງກໍດຳລົງໄປຕະຫລອດ.
ມະນຸດວາງແຜນໄວ້ຫລາຍໆຢ່າງ, ແຕ່ພຣະປະສົງຂອງພຣະເຈົ້າຢາເວຈະດີເດັ່ນກວ່າ.
ເຖິງແມ່ນວ່າເຈົ້າຈະເອົາຊະນະກອງທັບບາບີໂລນທັງໝົດໄດ້ ຈົນຍັງເຫລືອແຕ່ຜູ້ທີ່ບາດເຈັບນອນຢູ່ໃນຜ້າເຕັນກໍຕາມ; ແຕ່ຄົນເຫຼົ່ານັ້ນກໍຍັງຈະລຸກຂຶ້ນມາຈູດເມືອງນີ້ຖິ້ມ.”
ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນໂບຊະຣາຈະກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຍິ່ງ ແລະເປັນຖິ່ນແຫ້ງແລ້ງກັນດານ; ປະຊາຊົນຈະຫົວເຍາະເຍີ້ຍແລະໃຊ້ຊື່ນັ້ນເປັນຄຳສາບແຊ່ງ. ໝູ່ບ້ານທັງໝົດທີ່ຢູ່ອ້ອມແອ້ມນັ້ນຈະເປັນທີ່ຮົກຮ້າງເພພັງຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເຖິງເອໂດມວ່າ, “ປະຊາຊົນເມືອງເຕມານໝົດປັນຍາແລ້ວບໍ? ບັນດາທີ່ປຶກສາຂອງພວກເຂົາບໍ່ໄດ້ບອກວ່າ ຄວນເຮັດຢ່າງໃດບໍ? ສະຕິປັນຍາຂອງພວກເຂົາໄປໃສໝົດແລ້ວ?
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ເມືອງເຕມານ ແລະຈະຈູດປ້ອມປ້ອງກັນຂອງເມືອງໂບຊະຣາ.”
ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ.
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.