Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:2 - ພຣະຄຳພີສັກສິ

2 ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:2
22 Jak'a apnaqawi uñst'ayäwi  

ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຂໍ​ໃຫ້​ປະຊາຊົນ​ຊາວ​ຊີໂອນ​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະອົງ​ຕັດສິນ​ຢ່າງ​ຖືກຕ້ອງ ຂໍ​ໃຫ້​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ ປະຊາຊົນ​ຊາວ​ພູເຂົາ​ຊີໂອນ​ຍິນດີ ແລະ​ເມືອງ​ຕ່າງໆ​ໃນ​ຢູດາຍ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ. ຍ້ອນ​ການຕັດສິນ​ຂອງ​ພຣະອົງ​ຍຸດຕິທຳ.


ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ທາງ​ສາຍ​ທີ​ໜຶ່ງ​ຊີ້​ໃຫ້​ກະສັດ​ມາ​ທາງ​ຣັບບາ ເມືອງ​ຂອງ​ຊາວ​ອຳໂມນ; ແລະ​ຖະໜົນ​ສາຍ​ອື່ນ​ອີກ​ໃຫ້​ມາ​ທາງ​ດິນແດນ​ຢູດາຍ ຄື​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.


ເຈົ້າ​ຄົນ​ອະທຳ ຜູ້ປົກຄອງ​ຊາດ​ອິດສະຣາເອນ​ທີ່​ຂາດ​ສິນທຳ​ເອີຍ ວັນ​ຂອງ​ເຈົ້າ​ກຳລັງ​ມາຮອດ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ຄົນ​ຈາກ​ພາກໃຕ້​ຢູດາຍ​ຈະ​ເຂົ້າ​ຄອບຄອງ​ເອໂດມ ຄົນ​ຈາກ​ຕີນ​ພູ​ພາກ​ຕາເວັນຕົກ​ຈະ​ຢຶດ​ຟີລິດສະຕິນ​ໄດ້ ຊາວ​ອິດສະຣາເອນ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ ຂອງ​ເອຟຣາອິມ​ແລະ​ຊາມາເຣຍ​ດ້ວຍ; ປະຊາຊົນ​ຊາວ​ເບັນຢາມິນ​ກໍ​ເຊັ່ນກັນ ຈະ​ຢຶດຄອງ​ເຂດແດນ​ກີເລອາດ.


ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດເອົາ​ໝົດ​ທຸກ​ເມືອງ​ຂອງ​ຊາວ​ອາໂມ ພ້ອມ​ທັງ​ເຮັດຊະໂບນ​ກັບ​ເມືອງ​ທີ່​ອ້ອມແອ້ມ​ດ້ວຍ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ.


ໃຫ້​ຂົນ​ເອົາ​ຊັບສິນ​ຂອງ​ຊາວເມືອງ​ອອກ​ມາ​ກອງ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຈູດ​ເມືອງ ພ້ອມ​ທັງ​ຈູດ​ທຸກໆ​ສິ່ງ​ໃນ​ເມືອງ​ນັ້ນ ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ​ຢູ່​ຢ່າງ​ນັ້ນ​ຕະຫລອດໄປ ແລະ​ຢ່າ​ສ້າງ​ຂຶ້ນ​ໃໝ່​ເປັນ​ເດັດຂາດ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ແລ້ວ​ພວກເຂົາ​ກໍ​ຕອບ​ວ່າ, “ທາງ​ເຂດ​ເນີນພູ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຮົາ ສ່ວນ​ພວກ​ການາອານ​ທີ່​ຢູ່​ຕາມ​ທົ່ງພຽງ ຕ່າງ​ກໍ​ມີ​ລົດຮົບ​ເຫຼັກ ທັງ​ພວກ​ທີ່​ຢູ່​ໃນ​ເບັດ​ເຊອານ ແລະ​ພວກ​ທີ່​ຢູ່​ຕາມ​ເມືອງເລັກ​ເມືອງນ້ອຍ​ອ້ອມແອ້ມ ແລະ​ພວກ​ທີ່​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka