Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:19 - ພຣະຄຳພີສັກສິ

19 “ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:19
28 Jak'a apnaqawi uñst'ayäwi  

ໃນ​ເດືອນ​ທຳອິດ​ຂອງ​ປີ​ໜຶ່ງ ເມື່ອ​ນໍ້າ​ຂຶ້ນ​ເຕັມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຂັບໄລ່​ປະຊາຊົນ ຜູ້​ທີ່​ໄດ້​ອາໄສ​ຢູ່​ທາງ​ຝັ່ງ​ຕາເວັນອອກ​ແລະ​ຕາເວັນຕົກ​ໃຫ້​ກະຈັດ​ກະຈາຍ​ໄປ.


ແລະ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ປົກຄອງ​ຢູ່​ເທິງ​ສະຫວັນ ເໜືອ​ບັນດາ​ປະຊາຊາດ​ທັງໝົດ​ໃນ​ໂລກ. ພຣະອົງ​ຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງ​ບໍ່ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.


ເມື່ອ​ມັນ​ຕື່ນ​ຂຶ້ນ ມັນ​ກໍ​ໂຫດຮ້າຍ​ເຫລືອຫລາຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່ ສູ້ໜ້າ​ກັບ​ມັນ​ໄດ້.


ຂ້ອຍ​ຈະ​ລອງ​ໃຊ້​ກຳລັງ​ກັບ​ພຣະເຈົ້າ​ຊັ້ນບໍ? ຜູ້ໃດ​ນໍ ຈະ​ຊອກ​ຫາ​ບັງຄັບ​ພຣະອົງ​ໄດ້? ຂ້ອຍ​ຈະ​ນຳ​ພຣະອົງ​ຂຶ້ນ​ສານ​ສູ້​ຄວາມ​ກັນ​ບໍ່​ໄດ້ຕີ້? ຜູ້ໃດ​ແດ່​ຊອກ​ນຳ​ພຣະອົງ​ໃຫ້​ໄປ​ຂຶ້ນ​ສານ​ໄດ້?


ຂ້ອຍ​ບໍ່​ຜິດ​ແທ້, ສະນັ້ນ ຂ້ອຍ​ຈຶ່ງ​ບໍ່​ຫ່ວງຫຍັງ ຂ້ອຍ​ເບື່ອໜ່າຍ​ຊີວິດ​ຂ້ອຍເອງ.


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ແຕ່​ພຣະອົງ​ເປັນ​ທີ່​ຢ້ານກົວ​ຢຳເກງ​ຂອງ​ທຸກຄົນ. ເມື່ອ​ພຣະອົງ​ໂກດຮ້າຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ


ຈາກ​ຟ້າ​ສະຫວັນ​ພຣະອົງ​ປະກາດ​ຕັດສິນ ທົ່ວ​ທັງໂລກ​ກໍ​ຢ້ານກົວ​ແລະ​ມິດງຽບ


ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ດັ່ງ​ພຣະອົງ​ໄດ້. ພຣະເຈົ້າຢາເວ​ເອີຍ ພຣະອົງ​ຊົງ​ສັດຊື່ ໃນ​ສັບພະທຸກສິ່ງ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?


ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ເມື່ອຍ​ແລ່ນແຂ່ງ​ກັບ​ຄົນ ເຮັດ​ຈັ່ງໃດ​ເຈົ້າ​ຈະ​ແລ່ນແຂ່ງ​ກັບ​ໂຕ​ມ້າ​ໄດ້? ຖ້າ​ຢືນ​ຢູ່​ໃນ​ເມືອງ​ທີ່​ເປີດແປນ​ບໍ່ໄດ້ ເຈົ້າ​ຈະ​ບຸ​ປ່າ​ທີ່​ລຸ່ມ​ແມ່ນໍ້າ​ຈໍແດນ​ໄດ້​ຈັ່ງໃດ?


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.


ບັນດາ​ນັກ​ປົກຄອງ​ຄວນຄາງ​ຢ່າງ​ທຸກ​ລະທົມ​ໃຈ ເພາະ​ກຽດສັກສີ​ຂອງ​ພວກເຂົາ​ສູນສິ້ນ​ໄປ​ເສຍແລ້ວ ຈົ່ງ​ຟັງ​ສຽງ​ຄຳຣາມ​ຮ້ອງ​ຂອງ​ຝູງ​ສິງໜຸ່ມ ປ່າ​ທີ່​ມັນ​ຢູ່​ຕາມ​ແມ່ນໍ້າ​ຈໍແດນ​ໄດ້​ຖືກ​ທຳລາຍ​ລົງ.


ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.


ເພາະວ່າ​ວັນ​ສຳຄັນ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ແລະ​ຜູ້ໃດ​ໜໍ​ອາດ​ຈະ​ທົນ​ຢູ່​ໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka