ເຢເຣມີຢາ 49:17 - ພຣະຄຳພີສັກສິ17 ພຣະເຈົ້າຢາເວກ່າວວ່າ, “ການທຳລາຍທີ່ຈະມາຖືກເອໂດມນັ້ນ ຈະຮ້າຍແຮງຫລາຍຈົນທຸກໆຄົນທີ່ຜ່ານໄປຈະຕື່ນຕົກໃຈແລະຢ້ານກົວຍິ່ງ. Uka jalj uñjjattʼäta |
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.