Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:15 - ພຣະຄຳພີສັກສິ

15 ພຣະອົງ​ຈະ​ໃຫ້​ເຈົ້າ​ອ່ອນ​ກຳລັງ ແລະ​ບໍ່ມີ​ຜູ້ໃດ​ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:15
8 Jak'a apnaqawi uñst'ayäwi  

ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.


ຂ້າພະເຈົ້າ​ກ່າວ​ວ່າ, “ເອໂດມ​ເອີຍ ຂ້ອຍ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ. ພຣະອົງ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ຊົນຊາດ​ທັງຫລາຍ ເພື່ອ​ຮວບຮວມ​ກອງທັບ​ຂອງ​ພວກເຂົາ​ໃຫ້​ຕຽມພ້ອມ​ໂຈມຕີ​ເຈົ້າ.


ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອ່ອນ​ກຳລັງ ທຸກໆ​ຄົນ​ຈະ​ດູໝິ່ນ​ປະໝາດ​ເຈົ້າ.


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.


ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka