14 ຂ້າພະເຈົ້າກ່າວວ່າ, “ເອໂດມເອີຍ ຂ້ອຍໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວ. ພຣະອົງໄດ້ສົ່ງຖ້ອຍຄຳມາບອກຊົນຊາດທັງຫລາຍ ເພື່ອຮວບຮວມກອງທັບຂອງພວກເຂົາໃຫ້ຕຽມພ້ອມໂຈມຕີເຈົ້າ.
ເຖິງແມ່ນວ່າບັນດາທູດຂອງພວກເຂົາໄດ້ມາຮອດ ເມືອງໂຊອານ ແລະຮາເນັດໃນເອຢິບແລ້ວກໍຕາມ
ເຮົາຈະບັນດານໃຫ້ກະສັດໄດ້ຍິນຂ່າວເລົ່າລື ທີ່ຈະເຮັດໃຫ້ລາວກັບຄືນເມືອປະເທດຂອງຕົນເອງ ແລະເຮົາຈະໃຫ້ລາວຖືກສັງຫານດ້ວຍດາບໃນທີ່ນັ້ນ.”’
ພຣະອົງຈະໃຫ້ເຈົ້າອ່ອນກຳລັງ ແລະບໍ່ມີຜູ້ໃດຈະໃຫ້ຄວາມນັບຖືແກ່ເຈົ້າ.
ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
ຢ່າສູ່ເສຍຄວາມກ້າຫານ ແລະຢ່າສູ່ຢ້ານຍ້ອນເລື່ອງເລົ່າລືທີ່ແຜ່ໄປນັ້ນ ຄືເລື່ອງເລົ່າລືຂອງຄວາມຮຸນແຮງທີ່ເກີດຂຶ້ນແຕ່ລະປີໃນດິນແດນ ແລະເລື່ອງຂອງກະສັດຜູ້ໜຶ່ງທີ່ກຳລັງສູ້ຮົບກັບກະສັດຜູ້ອື່ນອີກ.
ພວກເຈົ້າຈະໄດ້ຍິນເຖິງເລື່ອງການສູ້ຮົບທາງໃກ້ ແລະຂ່າວການເຮັດເສິກສົງຄາມທາງໄກ, ແຕ່ຢ່າຕົກໃຈຢ້ານກົວເລີຍ ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ບໍ່ໄດ້ໝາຍຄວາມວ່າ ເວລາສິ້ນສຸດໄດ້ມາເຖິງແລ້ວ.