ເຢເຣມີຢາ 49:13 - ພຣະຄຳພີສັກສິ13 ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນໂບຊະຣາຈະກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຍິ່ງ ແລະເປັນຖິ່ນແຫ້ງແລ້ງກັນດານ; ປະຊາຊົນຈະຫົວເຍາະເຍີ້ຍແລະໃຊ້ຊື່ນັ້ນເປັນຄຳສາບແຊ່ງ. ໝູ່ບ້ານທັງໝົດທີ່ຢູ່ອ້ອມແອ້ມນັ້ນຈະເປັນທີ່ຮົກຮ້າງເພພັງຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.”