ເຢເຣມີຢາ 49:11 - ພຣະຄຳພີສັກສິ11 ຈົ່ງປະພວກເດັກກຳພ້າໄວ້ກັບເຮົາສາ ແລະເຮົາຈະເບິ່ງແຍງພວກເຂົາເອງ. ບັນດາແມ່ໝ້າຍຂອງພວກເຈົ້າເພິ່ງພາອາໄສເຮົາໄດ້.” Uka jalj uñjjattʼäta |
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”