Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 49:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 49:1
32 Jak'a apnaqawi uñst'ayäwi  

ສ່ວນ​ຜູ້​ນ້ອງ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ເບນນຳມີ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອຳໂມນ​ມາ​ຈົນເຖິງ​ປັດຈຸບັນ​ນີ້.


ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນຮອດ​ທາງທິດໃຕ້​ຂອງ​ເມືອງ​ອາໂຣເອ ຕາມ​ຝັ່ງ​ແມ່ນໍ້າ​ອາກໂນນ ລວມທັງ​ເຂດແດນ​ຕ່າງໆ​ໃນ​ກີເລອາດ ແລະ​ບາຊານ​ບ່ອນ​ທີ່​ຊາວ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ອາໄສ​ຢູ່.


ພຣະເຈົ້າຢາເວ​ໄດ້​ສົ່ງ​ກອງທັບ​ຊາວ​ບາບີໂລນ, ຊີເຣຍ, ໂມອາບ ແລະ​ອຳໂມນ ມາ​ຕໍ່ສູ້​ກະສັດ​ເຢໂຮຍອາກິມ​ເພື່ອ​ທຳລາຍ​ຢູດາ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ຊ່ວງ​ເວລາ​ຕໍ່ມາ ໄດ້​ມີ​ກອງທັບ​ຂອງ​ພວກ​ໂມອາບ ແລະ​ຂອງ​ພວກ​ອຳໂມນ​ພ້ອມ​ດ້ວຍ​ພວກ​ເມີນິດ ພັນທະມິດ​ຂອງ​ພວກເຂົາ​ໄດ້​ເຂົ້າ​ມາ​ຮຸກຮານ​ຢູດາຍ.


ຊາວ​ອຳໂມນ​ແລະ​ຊາວ​ໂມອາບ​ໄດ້​ໂຈມຕີ​ກອງທັບ​ຂອງ​ຊາວ​ເອໂດມ ແລະ​ໄດ້​ທຳລາຍ​ພວກເຂົາ​ຈົນ​ໝົດສິ້ນ. ແລ້ວ​ພວກເຂົາ​ກໍໄດ້​ຫັນ​ມາ​ສູ້ຮົບ​ກັນແລະກັນ​ຢ່າງ​ບ້າຄັ່ງ.


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


ສານບັນລັດ, ໂຕບີຢາ ແລະ​ປະຊາຊົນ​ຊາວ​ອາຣັບ, ຊາວ​ອຳໂມນ ແລະ​ຊາວ​ອາຊະໂດດ ເມື່ອ​ໄດ້ຍິນ​ວ່າ​ພວກເຮົາ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຄືບໜ້າ ແລະ​ທັງ​ຮູ້​ວ່າ​ປ່ອງ​ທີ່​ແຕກ​ນັ້ນ​ກໍໄດ້​ອັດ​ໝົດ​ແລ້ວ ພວກເຂົາ​ກໍ​ເກີດ​ຄຽດແຄ້ນ​ຫລາຍ​ທີ່ສຸດ.


ຊາວ​ເກບານ ຊາວ​ອຳໂມນ ຊາວ​ອາມາເຫຼັກ ແລະ​ຊາວ​ຟີລິດສະຕິນ​ພ້ອມ​ກັບ​ຊາວ​ຕີເຣ.


ສັດຕູ​ພວກ​ຂ້ານ້ອຍ​ໄດ້​ດັບ​ສິ້ນ​ຕະຫລອດໄປ ເມືອງ​ຂອງ​ເຂົາ​ຖືກ​ທຳລາຍ​ແລະ​ລືມໄລ​ໄປສິ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ບັນດາ​ປະຊາຊົນ​ທັງໝົດ​ຂອງ​ເອໂດມ, ໂມອາບ ແລະ​ອຳໂມນ;


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ເຜົ່າ​ເກດາ ແລະ​ທ້ອງຖິ່ນ​ຕ່າງໆ​ຊຶ່ງ​ຖືກ​ຄວບຄຸມ​ໂດຍ​ເມືອງ​ຮາໂຊ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຕີ​ໄດ້​ວ່າ, “ຈົ່ງ​ໂຈມຕີ​ປະຊາຊົນ​ເກດາ ແລະ​ທຳລາຍ​ເຜົ່າ​ທາງທິດ​ຕາເວັນອອກ


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ເຈົ້າ​ຄົນ​ອະທຳ ຜູ້ປົກຄອງ​ຊາດ​ອິດສະຣາເອນ​ທີ່​ຂາດ​ສິນທຳ​ເອີຍ ວັນ​ຂອງ​ເຈົ້າ​ກຳລັງ​ມາຮອດ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ແລ້ວ​ເຈົ້າ​ກໍ​ຈະ​ໄປ​ໃກ້​ດິນແດນ​ຂອງ​ພວກ​ອຳໂມນ ເຊື້ອສາຍ​ຂອງ​ໂລດ. ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຂົາ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ນັ້ນ​ໃຫ້​ແກ່​ພວກເຈົ້າ.’


ຢ່າ​ນັບ​ຊາວ​ອຳໂມນ​ຫລື​ຊາວ​ໂມອາບ ຫລື​ລູກຫລານ​ຂອງ​ພວກເຂົາ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka