ເຢເຣມີຢາ 48:8 - ພຣະຄຳພີສັກສິ8 ບໍ່ມີແມ່ນແຕ່ເມືອງໜຶ່ງຈະຫວິດອັນຕະລາຍ ບໍ່ມີເມືອງໃດຈະພົ້ນຖືກທຳລາຍໄດ້. ຮ່ອມພູ ແລະທົ່ງພຽງຈະຖືກຮົກຮ້າງຫວ່າງເປົ່າ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ດິນແດນສ່ວນນີ້ຍັງໄດ້ລວມເອົາທັງເມືອງຕ່າງໆຕາມພູພຽງ ແລະອານາຈັກທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ. ໂມເຊໄດ້ຊະນະເຈົ້າສີໂຫນ ດັ່ງທີ່ໄດ້ຊະນະພວກຜູ້ປົກຄອງຂອງມີດີອານ: ເອວີ, ເຣເກມ, ຊູເຣ, ຮູເຣ ແລະເຣບາ. ພວກເຂົາທັງໝົດໄດ້ປົກຄອງດິນແດນໃຫ້ກະສັດສີໂຫນ.