6 ພວກເຂົາເວົ້າວ່າ, ຈົ່ງຮິບແລ່ນໜີເອົາຊີວິດລອດ ຈົ່ງແລ່ນໜີດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານນັ້ນ.
ເມື່ອພວກເຂົາຖືກນຳອອກມາຈາກເມືອງແລ້ວ ເທວະດາຕົນໜຶ່ງກໍເວົ້າວ່າ, “ຈົ່ງຟ້າວໜີເອົາຕົວລອດ! ຢ່າຫລຽວຄືນຫລັງ ແລະຢ່າຢຸດຢູ່ທີ່ຮ່ອມພູ. ຈົ່ງພາກັນແລ່ນຂຶ້ນໄປເທິງເນີນພູເພື່ອເອົາຊີວິດລອດ.”
ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ເພື່ອຄວາມປອດໄພ ເຫດໃດໜໍຈຶ່ງເວົ້າໃຫ້ຂ້ອຍວ່າ, “ຈົ່ງໜີໄປລີ້ທີ່ພູເຂົາເໝືອນດັ່ງນົກ
ພວກເຂົາເປັນດັ່ງພຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານ ທີ່ໃຫຍ່ຂຶ້ນໃນດິນແດນເປົ່າປ່ຽວແລະແຫ້ງແລ້ງ ເທິງພື້ນດິນເຄັມທີ່ບໍ່ມີຫຍັງເກີດຂຶ້ນມາ ບໍ່ມີສິ່ງດີຫຍັງເກີດຂຶ້ນມາແກ່ພວກເຂົາ.
ຈົ່ງແລ່ນໜີຈາກບາບີໂລນສາ ຈົ່ງແລ່ນເອົາຊີວິດລອດເຖີດ ຢ່າໃຫ້ຖືກຂ້າຍ້ອນບາບຂອງບາບີໂລນ. ບັດນີ້ ພຣະເຈົ້າຢາເວກຳລັງແກ້ແຄ້ນແລະລົງໂທດສິ່ງທີ່ບາບີໂລນສົມຄວນໄດ້ຮັບ.
ປະຊາຊົນຫລວງຫລາຍໄດ້ອອກມາຫາໂຢຮັນ ເພື່ອຮັບບັບຕິສະມາ ເພິ່ນເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ
ເພື່ອວ່າໂດຍສອງປະການທີ່ປ່ຽນແປງບໍ່ໄດ້ (ເພາະພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້) ເຮົາ ຜູ້ທີ່ໄດ້ໜີໄພຮ້ອນໄປເພີ່ງເຢັນ ຈຶ່ງໄດ້ຮັບຄວາມຊູໃຈອັນແຮງກ້າ ໃນການທີ່ຈະຢຶດຖືຄວາມຫວັງ ຊຶ່ງມີຢູ່ຕໍ່ໜ້າເຮົານັ້ນ.