5 ໄດ້ຍິນບໍສຽງຮ້ອງໄຫ້ສະອຶກສະອື້ນຂອງພວກເຂົາ ຕາມຫົນທາງຂຶ້ນໄປສູ່ເມືອງລູຮິດພຸ້ນ ເປັນສຽງຮ້ອງໄຫ້ຍ້ອນໂສກເສົ້າເສຍໃຈ ຕາມຫົນທາງລົງສູ່ເມືອງໂຮໂຣນາອິມພຸ້ນ.
ຈິດໃຈຂອງຂ້ອຍຮໍ່າຮ້ອງເຖິງດິນແດນໂມອາບ ປະຊາຊົນພາກັນປົບໜີໄປທີ່ເມືອງໂຊອາ ແລະໄປທີ່ເມືອງເອັກລາດ-ເຊລິດຊີຢາ. ບາງຄົນຍ່າງຂຶ້ນຄ້ອຍ ຕ່າງຮ້ອງໄຫ້ໄປທີ່ເມືອງລູຫິດ; ບາງຄົນປົບໜີໄປທີ່ເມືອງໂຮໂຣນາອິມ ທັງຄວນຄາງສຽງດັງອຶກກະທຶກ.
ຊາວເມືອງໂຮໂຣນາອິມຕ່າງກໍຮ້ອງອອກມາວ່າ, ‘ຈິບຫາຍ ຈິບຫາຍກັນໃຫຍ່ແລ້ວ.’
ໂມອາບກໍໄດ້ຖືກທຳລາຍລົງໝົດໃດ ຈົ່ງຟັງເດັກນ້ອຍກຳລັງຮ້ອງໄຫ້ຢູ່ຍົ່ວໆ.