ເຢເຣມີຢາ 48:47 - ພຣະຄຳພີສັກສິ47 ແຕ່ໃນເວລາຂ້າງໜ້າ ຈະເຮັດໃຫ້ໂມອາບຈະເລີນຮຸ່ງເຮືອງຂຶ້ນໃໝ່. ສິ່ງທັງໝົດນີ້ແມ່ນເຫດການທີ່ພຣະເຈົ້າຢາເວກ່າວວ່າ ຈະເກີດຂຶ້ນກັບໂມອາບ. Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຮັບເອົາເຄື່ອງຖວາຍ ຈາກດິນແດນທີ່ຖືກແບ່ງແຍກດ້ວຍແມ່ນໍ້າທັງຫລາຍນີ້, ຈາກຊົນຊາດທີ່ເຂັ້ມແຂງ ແລະມີອຳນາດນີ້, ຈາກປະຊາຊົນທີ່ມີຮູບຮ່າງສູງ ແລະມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກຢ້ານກົວພວກເຂົາ. ພວກເຂົາຈະມາທີ່ພູເຂົາຊີໂອນ ຊຶ່ງເປັນບ່ອນຢູ່ແຫ່ງນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
ຫລັງຈາກນັ້ນມາຫລາຍປີ ເຮົາຈະສັ່ງໃຫ້ເຈົ້າຮຸກຮານປະເທດໜຶ່ງ ຊຶ່ງປະຊາຊົນໄດ້ຖືກນຳຄືນມາແຕ່ປະເທດຕ່າງໆ ແລະໃຊ້ຊີວິດຢູ່ໂດຍບໍ່ຢ້ານກົວສົງຄາມ. ເຈົ້າຈະຮຸກຮານພູຕ່າງໆຂອງອິດສະຣາເອນ ທີ່ໄດ້ຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າມານານແລ້ວ; ແຕ່ບັດນີ້ ເປັນບ່ອນທີ່ປະຊາຊົນທຸກຄົນອາໄສຢູ່ຢ່າງປອດໄພ.