46 ສົງສານປະຊາຊົນໂມອາບເດ ປະຊາຊົນຜູ້ຂາບໄຫວ້ພະເຄໂມດໄດ້ຖືກທຳລາຍແລ້ວ ແລະລູກຊາຍຍິງຂອງພວກເຂົາກໍໄດ້ຖືກຈັບໄປເປັນຊະເລີຍເສິກສາແລ້ວ.
ຢູ່ເທິງພູເຂົາທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ກະສັດໂຊໂລໂມນໄດ້ສ້າງບ່ອນຂາບໄຫວ້ພະເຄໂມດ ພະທີ່ໜ້າລັງກຽດຂອງຊາວໂມອາບ ແລະສ້າງບ່ອນຂາບໄຫວ້ພະໂມເລັກ ພະທີ່ໜ້າລັງກຽດຂອງຊາວອຳໂມນ.
ກະສັດໂຢສີຢາໄດ້ທຳລາຍແທ່ນບູຊາຕ່າງໆທີ່ກະສັດໂຊໂລໂມນໄດ້ສ້າງຂຶ້ນ ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຄືທາງທິດໃຕ້ຂອງພູເຂົາໝາກກອກເທດ ຊຶ່ງເປັນບ່ອນສຳລັບຂາບໄຫວ້ຮູບເຄົາຣົບທີ່ໜ້າກຽດຊັງຄື: ຮູບເຈົ້າແມ່ອັດສະຕາກຂອງຊາວຊີໂດນ, ພະເຄໂມດຂອງຊາວໂມອາບ ແລະພະມິນກົມຂອງຊາວອຳໂມນ.
ພວກເຂົາຄອຍຖ້າຢູ່ຕາມຕາຝັ່ງແມ່ນໍ້າອາກໂນນ ແລະເຄື່ອນຍ້າຍໄປມາຢ່າງບໍ່ມີເປົ້າໝາຍ ດັ່ງນົກທີ່ຖືກໄລ່ໃຫ້ໜີໄປຈາກຮັງ.
ແລ້ວຊາວໂມອາບກໍຈະຮັບຄວາມອັບອາຍຕໍ່ພະເຄໂມດຂອງພວກເຂົາ ດັ່ງທີ່ພວກອິດສະຣາເອນໄດ້ຮັບຄວາມອັບອາຍຕໍ່ພະເບັດເອນທີ່ພວກເຂົາໄດ້ໄວ້ວາງໃຈນັ້ນ.
ໂມອາບ ເຈົ້າວາງໃຈໃນກຳລັງກັບຊັບສົມບັດນໍ ແຕ່ບັດນີ້ເຈົ້າພັດຈະຖືກຕີໃຫ້ພ່າຍແພ້; ພະເຄໂມດຂອງເຈົ້າຈະຖືກກວາດໄປເປັນຊະເລີຍ ລວມທັງເຈົ້າຊາຍ ແລະປະໂຣຫິດດ້ວຍ.
ຊາວໂມອາບຖືກປາບສ້ຽງ ສູນເສຍຢ່າງຫລວງຫລາຍ; ເຈົ້າຜູ້ຝຶກຂາບໄຫວ້ ພະເຄໂມດເລີຍສິ້ນວອດວາຍ. ພະຂອງພວກເຈົ້ານັ້ນເຮັດໃຫ້ ຄົນປົບຫລົບໄພໄປຍົ່ວໆ; ຍິງຕ້ອງຖິ້ມຜົວຖິ້ມລູກ ເປັນຊະເລີຍຮັບໃຊ້ເຈົ້າອາໂມ.
ບັດນີ້ ທ່ານຈະພະຍາຍາມເອົາຄືນຊັ້ນບໍ? ທ່ານຢຶດຄອງເອົາທຸກສິ່ງ ທີ່ພະເຄໂມດຂອງພວກທ່ານມອບໃຫ້ໄດ້, ແຕ່ພວກຂ້າພະເຈົ້າຈະເກັບຮັກສາທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້າພະເຈົ້າໄດ້ມອບໃຫ້.