ເຢເຣມີຢາ 48:44 - ພຣະຄຳພີສັກສິ44 ຜູ້ໃດກໍຕາມທີ່ພະຍາຍາມປົບໜີຈາກການຢ້ານກົວອັນໃຫຍ່ນັ້ນ ຈະຕົກລົງໃນຫລຸມ ແລະຜູ້ໃດກໍຕາມທີ່ປິນຂຶ້ນຈາກຫລຸມໄດ້ກໍຈະຖືກບ້ວງແຮ້ວ, ເພາະອົງພຣະຜູ້ເປັນເຈົ້າໄດ້ຈັດເວລາໄວ້ສຳລັບໂມອາບໃຫ້ຖືກທຳລາຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ.