Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:42 - ພຣະຄຳພີສັກສິ

42 ໂມອາບ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:42
14 Jak'a apnaqawi uñst'ayäwi  

ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ຄົບ​ສາມ​ປີ​ເຕັມ ຄວາມຮັ່ງມີ​ອັນ​ມະຫາສານ​ຂອງ​ໂມອາບ​ຈະ​ສູນສິ້ນໄປ. ໃນ​ຈຳນວນ​ປະຊາຊົນ​ທີ່​ຫລວງຫລາຍ ຈະ​ມີ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຕ່າງ​ກໍ​ຈະ​ອ່ອນເພຍ.”


ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ເປັນຫຍັງ​ຈຶ່ງ​ຈະ​ບໍ່​ເກີດຂຶ້ນ? ເພາະ​ຊີເຣຍ​ບໍ່ມີ​ກຳລັງ​ເຂັ້ມແຂງ ກວ່າ​ນະຄອນ​ດາມັສກັດ​ເມືອງເອກ​ຂອງ​ປະເທດ ແລະ​ນະຄອນ​ດາມັສກັດ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເຣຊິນ. ສ່ວນ​ອິດສະຣາເອນ​ກໍ​ຈະ​ສິ້ນ​ຄວາມ​ເປັນຊາດ​ໄປ ພາຍ​ໃນ​ຫົກສິບຫ້າ​ປີ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ມັນ​ອ້າ​ປາກ​ເລີ່ມ​ກ່າວ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າ ຕໍ່​ພຣະນາມ​ຂອງ​ພຣະອົງ ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເທິງ​ສະຫວັນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka