Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:40 - ພຣະຄຳພີສັກສິ

40 ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ມີ​ຊົນຊາດ​ໜຶ່ງ​ບິນ​ລົງ​ມາ ເທິງ​ໂມອາບ​ດັ່ງ​ນົກອິນຊີ​ພື​ປີກ​ອອກ​ກວມ

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:40
11 Jak'a apnaqawi uñst'ayäwi  

ນົກອິນຊີ​ທີ່​ບິນ​ໄປມາ​ໃນ​ທ້ອງຟ້າ ງູ​ທີ່​ເລືອ​ໄປມາ​ເທິງ​ໂງ່ນຫີນ ເຮືອ​ທີ່​ແລ່ນ​ໄປມາ​ໃນ​ທະເລ ແລະ​ຊາຍ​ຍິງ​ທີ່​ຮັກກັນ.


ພວກເຂົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ​ທາງ​ທິດ​ຕາເວັນຕົກ ແລະ​ປຸ້ນສະດົມ​ປະຊາຊົນ​ທາງທິດ​ຕາເວັນອອກ. ພວກເຂົາ​ຈະ​ຕີ​ຊະນະ​ຊາວ​ເອໂດມ​ແລະ​ຊາວ​ໂມອາບ ແລະ​ຊາວ​ອຳໂມນ​ກໍ​ຈະ​ເຊື່ອຟັງ​ພວກເຂົາ.


ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.


ຈົ່ງ​ເບິ່ງ​ພຸ້ນ​ດຸ ສັດຕູ​ກຳລັງ​ມາ​ດັ່ງ​ກ້ອນເມກ. ລົດຮົບ​ຂອງ​ພວກເຂົາ​ແລ່ນ​ມາ​ດັ່ງ​ລົມ​ບ້າໝູ ແລະ​ມ້າ​ຂອງ​ພວກເຂົາ​ກໍ​ແລ່ນ​ໄວ​ດັ່ງ​ນົກອິນຊີ. ພວກເຮົາ​ໄດ້​ເສຍໄຊ ຄາວ​ເຄາະກຳ​ມາເຖິງ​ສາ​ແລ້ວ.


ສັດຕູ​ຈະ​ໂຈມຕີ​ດັ່ງ​ນົກອິນຊີ ຄື​ບິນ​ລົງ​ມາ​ເທິງ​ໂບຊະຣາ ໂດຍ​ພື​ປີກ​ອອກ​ກວມ. ໃນ​ວັນ​ນັ້ນ ທະຫານ​ເອໂດມ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.”


ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


ໃຫ້​ຊາວ​ອິດສະຣາເອນ​ຟັງ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ຍັງ​ມີ​ນົກອິນຊີ​ໃຫຍ່​ໂຕໜຶ່ງ ຊຶ່ງ​ມີ​ຂົນ​ງາມ ແລະ​ປີກ​ກໍ​ໃຫຍ່​ທັງ​ພື​ອອກ​ໄດ້​ກວ້າງ​ດ້ວຍ. ມັນ​ໄດ້​ບິນ​ໄປ​ທີ່​ພູເຂົາ​ເລບານອນ ແລະ​ຫັກ​ເອົາ​ຍອດ​ຂອງ​ໄມ້​ແປກ​ຕົ້ນ​ໜຶ່ງ


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


“ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.


ມ້າ​ຂອງ​ພວກເຂົາ​ຊຶ່ງ​ກຳລັງ​ອຶດຫິວ​ເຫຍື່ອ​ກໍ​ແລ່ນ​ໄວກວ່າ​ເສືອດາວ ທັງ​ຮ້າຍກາດ​ກວ່າ​ໝາໄນ. ທະຫານ​ຂອງ​ພວກເຂົາ​ຂີ່​ມ້າ​ຫອບ​ມາ​ແຕ່​ດິນແດນ​ໄກ; ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ກະທືບ​ພື້ນດິນ. ພວກມັນ​ເຈີດ​ລົງ​ກິນ​ເຫຍື່ອ​ເໝືອນ​ດັ່ງ​ນົກອິນຊີ.


ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka