Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:39 - ພຣະຄຳພີສັກສິ

39 ໂມອາບ​ໄດ້​ຖືກ​ຕີ​ໃຫ້​ກະຈັດ​ກະຈາຍ​ໄປ​ສາ​ແລ້ວ ຈົ່ງ​ຮ້ອງໄຫ້ ໂມອາບ​ໄດ້​ຖືກ​ອັບອາຍ​ສາ​ແລ້ວ. ເປັນ​ເມືອງ​ທີ່​ຮົກຮ້າງ​ເພພັງ ແລະ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ກໍ​ຫົວ​ເຍາະເຍີ້ຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:39
10 Jak'a apnaqawi uñst'ayäwi  

ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.


ພວກເຈົ້າ​ທີ່​ຢູ່​ແຖບ​ນີ້​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ຊົນຊາດ​ນັ້ນ ຄື​ທຸກໆຄົນ​ທີ່​ຮູ້​ຊື່ສຽງ​ຂອງ​ດິນແດນ​ນັ້ນ. ຈົ່ງ​ເວົ້າ​ວ່າ, ‘ການປົກຄອງ​ເດັ່ນ​ຖືກ​ທັບມ້າງ​ລົງ ຄວາມ​ຍິ່ງໃຫຍ່​ແລະ​ໂດ່ງດັງ​ບໍ່ມີ​ຕໍ່ໄປ​ແລ້ວ.’


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka