Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:38 - ພຣະຄຳພີສັກສິ

38 ເທິງ​ດາດຟ້າ​ເຮືອນ​ຂອງ​ຊາວ​ໂມອາບ​ທຸກ​ຫລັງ ແລະ​ຕາມ​ທີ່​ສາທາ​ລະນະ​ທັງໝົດ ບໍ່ມີ​ຫຍັງ​ເລີຍ​ນອກຈາກ​ການ​ໄວ້ທຸກ​ເທົ່ານັ້ນ ຍ້ອນ​ເຮົາ​ໄດ້​ຕີ​ໂມອາບ​ໃຫ້​ແຕກ​ດັ່ງ​ຕີ​ໝໍ້​ທີ່​ບໍ່ມີ​ຜູ້ໃດ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:38
13 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ຂ້ຽນ​ພວກເຂົາ​ດ້ວຍ​ໄມ້ແສ້​ເຫຼັກ; ຈະ​ທຸບ​ພວກເຂົາ​ດັ່ງ​ທຸບ​ໝໍ້ດິນ​ແຕກ​ເປັນ​ປ່ຽງໆ.


ປະຊາຊົນ​ຕາມ​ຖະໜົນ​ກໍ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ; ທີ່​ສີ່​ແຍກ​ກາງເມືອງ​ແລະ​ທີ່​ເທິງ​ຫລັງຄາ​ພຽງ​ປະຊາຊົນ​ກໍ​ໄວ້ທຸກ​ແລະ​ຮ້ອງໄຫ້.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?


ພວກເຈົ້າ​ຈະ​ຖືກ​ຕີ​ໃຫ້​ແຕກ​ດັ່ງ​ໝໍ້ດິນ ຄື​ແຕກ​ໝຸ່ນ​ໝົດ​ຈົນ​ບໍ່ມີ​ປ່ຽງໃດ​ພໍ​ຈະ​ເອົາ​ມາ​ໃສ່​ຖ່ານໄຟ​ຮ້ອນ​ໄດ້ ຫລື​ຕັກ​ເອົາ​ນໍ້າ​ຈາກ​ຖັງ​ໄດ້.”


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ທຸບ​ໝໍ້​ຕໍ່ໜ້າ​ພວກ​ທີ່​ມາ​ກັບ​ຂ້າພະເຈົ້າ


ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.


ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”


ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.


ຊາວ​ອິດສະຣາເອນ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ແລະ​ບໍ່ມີ​ປະໂຫຍດ​ດັ່ງ​ໄຫ​ແຕກ.


ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ໃນ​ທີ່​ມືດ​ພວກເຈົ້າ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ຊິ່ມ​ເປັນ​ທາງ​ສ່ວນຕົວ ພວກເຈົ້າ​ຈົ່ງ​ປະກາດ​ເທິງ​ຫລັງຄາ​ເຮືອນ.


ແລະ​ຜູ້ນັ້ນ​ຈະ​ບັງຄັບ​ບັນຊາ​ພວກເຂົາ​ດ້ວຍ​ຄ້ອນເຫລັກ ເໝືອນ​ຢ່າງ​ຊ່າງ​ໝໍ້​ທີ່​ທຳລາຍ​ໝໍ້​ດິນ​ໃຫ້​ແຕກ​ໝຸ່ນ​ເສຍ ຕາມ​ທີ່​ເຮົາ​ນີ້​ໄດ້​ຮັບ​ອຳນາດ​ຈາກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka