Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:36 - ພຣະຄຳພີສັກສິ

36 ສະນັ້ນ ຈິດໃຈ​ຂອງເຮົາ​ຈຶ່ງ​ໄວ້ທຸກ​ໃຫ້​ແກ່​ໂມອາບ ແລະ​ໄວ້ທຸກ​ໃຫ້​ປະຊາຊົນ​ເມືອງ​ກີຣະເຮເຣັດ​ດັ່ງ​ຜູ້​ທີ່​ເປົ່າ​ຂຸ່ຍ​ໃນ​ງານ​ສົບ ຍ້ອນ​ພວກເຂົາ​ໄດ້​ສູນເສຍ​ທຸກໆສິ່ງ​ທີ່​ພວກຕົນ​ມີ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:36
14 Jak'a apnaqawi uñst'ayäwi  

ແລະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ເມື່ອ​ຜ່ານ​ໄຮ່ນາ​ອັນ​ອຸດົມສົມບູນ​ຂອງ​ຊາວ​ໂມອາບ​ໄປ​ນັ້ນ ຊາວ​ອິດສະຣາເອນ​ແຕ່ລະຄົນ​ກໍໄດ້​ໂຍນ​ກ້ອນຫີນ​ໃສ່ ຈົນ​ໄຮ່ນາ​ທັງໝົດ​ເຕັມ​ໄປ​ດ້ວຍ​ກ້ອນຫີນ; ພວກເຂົາ​ຖົມ​ບໍ່ນໍ້າ​ແລະ​ປໍ້າ​ຕົ້ນໄມ້​ທີ່​ມີ​ໝາກ​ທັງໝົດ​ລົງ. ໃນທີ່ສຸດ ມີ​ແຕ່​ເມືອງ​ກີຣະເຮເຣັດ ທີ່​ຍັງເຫລືອ​ຢູ່ ຊາວ​ອິດສະຣາເອນ​ຈຶ່ງ​ເຂົ້າ​ລ້ອມ​ໄວ້​ແລະ​ໂຈມຕີ​ເອົາ.


ຄວາມ​ຮັ່ງມີ​ຈະ​ຊ່ວຍ​ຫຍັງ​ບໍ່ໄດ້​ໃນ​ມື້​ທີ່​ປະເຊີນ​ກັບ​ຄວາມຕາຍ, ແຕ່​ຄວາມ​ສັດຊື່​ຊ່ວຍ​ຊີວິດ​ຂອງ​ຄົນ​ໄວ້​ໄດ້.


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ຄົນ​ຮັ່ງມີ​ຄິດ​ເອົາເອງ​ວ່າ​ຊັບສົມບັດ​ປ້ອງກັນ​ຕົນ​ໄດ້​ດັ່ງ​ປ້ອມ​ມີ​ກຳແພງ​ປ້ອງກັນ​ເມືອງ.


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ປະຊາຊົນ​ພະຍາຍາມ​ປົບໜີໄປ ໂດຍ​ຂ້າມ​ຮ່ອມພູ​ວິນໂລ​ພ້ອມ​ກັບ​ສິ່ງຂອງ​ທີ່​ພວກຕົນ​ມີ​ຢູ່.


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ສະຫວັນ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່​ໃນ​ຄວາມ​ບໍຣິສຸດ ແລະ​ໃນ​ສະຫງ່າຣາສີ​ນັ້ນ ຈົ່ງ​ແນມ​ລົງ​ມາເບິ່ງ​ພວກ​ຂ້ານ້ອຍ​ທັງຫລາຍ​ແດ່ທ້ອນ. ຄວາມ​ຫ່ວງໃຍ​ອັນ​ໃຫຍ່ຫລວງ​ທີ່​ພຣະອົງ​ມີ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ຢູ່​ໃສ? ຣິດອຳນາດ​ຂອງ​ພຣະອົງ​ໄປ​ໃສ​ແລ້ວ? ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ​ຢູ່​ໃສ​ແລ້ວ? ຢ່າ​ເມີນເສີຍ​ຕໍ່​ພວກ​ຂ້ານ້ອຍ​ເລີຍ.


ຜູ້​ທີ່​ໄດ້​ເງິນຄຳ​ມາ​ໃນ​ທາງ​ບໍ່​ສຸດຈະຫລິດ ກໍ​ເປັນ​ດັ່ງ​ນົກ​ຟັກໄຂ່​ທີ່​ບໍ່​ອອກລູກ ໃນ​ຊີວິດ​ບັ້ນກາງ​ລາວ​ຈະ​ເສຍ​ຄວາມຮັ່ງມີ​ໄປ ໃນ​ຊີວິດ​ບັ້ນປາຍ​ຈະ​ບໍ່ມີ​ຫຍັງ​ແຕ່​ກາຍເປັນ​ບ້າ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ເພາະສະນັ້ນ ເຮົາ​ຈຶ່ງ​ຮ້ອງໄຫ້​ສຳລັບ​ທຸກຄົນ​ໃນ​ໂມອາບ ແລະ​ສຳລັບ​ປະຊາຊົນ​ກີຣະເຮເຣັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka