35 ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ປະຊາຊົນໂມອາບເຊົາເຜົາຖວາຍບູຊາ ໃນບ່ອນນະມັດສະການຕ່າງໆຂອງພວກເຂົາ ແລະເຊົາຖວາຍເຄື່ອງບູຊາຕ່າງໆແກ່ພະຂອງພວກເຂົາ.
ປະຊາຊົນແຫ່ງດີໂບນ ປີນຂຶ້ນສູ່ເທິງພູເພື່ອໄປຮ້ອງໄຫ້ໃນບ່ອນທີ່ມີຮູບເຄົາຣົບ. ປະຊາຊົນແຫ່ງໂມອາບຄໍ່າຄວນດ້ວຍຄວາມໂສກເສົ້າໃຫ້ເມືອງເນໂບແລະເມືອງເມເດບາ; ພວກເຂົາໄດ້ແຖຫົວແລະແຖໜວດເພື່ອສະແດງຄວາມໂສກເສົ້າ.
ປະຊາຊົນຊາວໂມອາບໝົດກຳລັງແລ້ວ ທີ່ຈະໄປເທິງພູເຂົາທີ່ມີຮູບເຄົາຣົບຂອງພວກເຂົາ ແລະໄປຍັງວິຫານຂອງພວກເຂົາເພື່ອໄຫວ້ວອນ ແຕ່ຈະບໍ່ມີປະໂຫຍດຫຍັງເລີຍ.
ປະຊາຊົນຢູດາມີພະຫລາຍເທົ່າກັບເມືອງທັງຫລາຍທີ່ຕົນມີຢູ່ ແລະຊາວນະຄອນເຢຣູຊາເລັມກໍຕັ້ງແທ່ນຂຶ້ນເພື່ອຖວາຍບູຊາແກ່ພະບາອານ ຫລາຍເທົ່າກັບມີຖະໜົນຫົນທາງໃນນະຄອນເຢຣູຊາເລັມ.
ໂມອາບ ເຈົ້າວາງໃຈໃນກຳລັງກັບຊັບສົມບັດນໍ ແຕ່ບັດນີ້ເຈົ້າພັດຈະຖືກຕີໃຫ້ພ່າຍແພ້; ພະເຄໂມດຂອງເຈົ້າຈະຖືກກວາດໄປເປັນຊະເລີຍ ລວມທັງເຈົ້າຊາຍ ແລະປະໂຣຫິດດ້ວຍ.
ພວກເຈົ້າລັກ, ຂ້າເຈົ້າເອົາຂອງ, ລ່ວງເກີນຜົວເມຍຄົນອື່ນ, ສາບານດ້ວຍຄວາມບໍ່ຈິງ, ຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະຕ່າງໆທີ່ພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.
ການຖວາຍເຫຼົ້າອະງຸ່ນນັ້ນ ໃຫ້ເຮັດດັ່ງນີ້: ເຫຼົ້າອະງຸ່ນສາມລິດຕໍ່ງົວເຖິກໂຕໜຶ່ງ; ເຫຼົ້າອະງຸ່ນສອງລິດຕໍ່ແກະເຖິກໂຕໜຶ່ງ ແລະເຫຼົ້າອະງຸ່ນໜຶ່ງລິດ ຕໍ່ລູກແກະເຖິກໜຶ່ງໂຕ. ອັນນີ້ແມ່ນລະບຽບສຳລັບການເຜົາຖວາຍບູຊາຂອງວັນທຳອິດໃນແຕ່ລະຕົ້ນເດືອນຕະຫລອດປີ.