30 ພຣະເຈົ້າຢາເວກ່າວວ່າ ເຮົາຮູ້ຈັກເຖິງຄວາມອວດດີຂອງພວກເຂົາ. ພວກເຂົາຄຸຍໂມ້ໄປບໍ່ຮອດໃສ ແລະສິ່ງທີ່ພວກເຂົາເຮັດນັ້ນກໍບໍ່ຍືນຍົງດອກ.
ພຣະເຈົ້າຢາເວມ້າງຈຸດປະສົງຊົນຊາດທັງຫລາຍ ພຣະອົງກີດກັ້ນພວກເຂົາບໍ່ໃຫ້ວາງແຜນອອກໄດ້.
ການຕັດສິນນັ້ນບໍ່ໄດ້ມາຈາກທິດຕາເວັນອອກ ຫລືທິດຕາເວັນຕົກ ທິດເໜືອຫລືທິດໃຕ້;
ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ.
ປະຊາຊົນຊາວຢູດາເວົ້າວ່າ, “ພວກເຮົາເຄີຍໄດ້ຍິນເຖິງຊາວໂມອາບວ່າ ພວກເຂົາອວດອົ່ງຈອງຫອງສໍ່າໃດ. ພວກເຮົາຮູ້ວ່າພວກເຂົາອວດດີແລະທະນົງຕົວ ແຕ່ພວກເຂົາຂີ້ສະຫາວລ້າໆ.”
ໃຫ້ຄວາມຕາຍມາສູ່ຜູ້ທຳນວາຍຂີ້ຕົວະ ພວກເຂົາຊ່າງພາກັນໂງ່ຈ້າແທ້ໆ ຈົ່ງໃຫ້ຄວາມຕາຍມາສູ່ທະຫານທຸກຄົນສາ ພວກເຂົາຊ່າງຢ້ານກົວຫລາຍແທ້ໆ