Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:3 - ພຣະຄຳພີສັກສິ

3 ຊາວ​ເມືອງ​ໂຮໂຣນາອິມ​ຕ່າງ​ກໍ​ຮ້ອງ​ອອກ​ມາ​ວ່າ, ‘ຈິບຫາຍ ຈິບຫາຍ​ກັນ​ໃຫຍ່​ແລ້ວ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:3
12 Jak'a apnaqawi uñst'ayäwi  

ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ທຸກບ່ອນ​ຕາມ​ເຂດແດນ​ຂອງ​ໂມອາບ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້ ຈົນ​ໄປຮອດ​ເມືອງ​ເອັກລາອີມ​ແລະ​ເມືອງ​ເບເອເຣລີມ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ຂໍ​ໃຫ້​ລາວ​ເປັນ​ດັ່ງ​ເມືອງ​ເຫຼົ່ານັ້ນ​ທັງຫລາຍ ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ ໂດຍ​ບໍ່​ປານີ​ຈັກດີ້. ຂໍ​ໃຫ້​ລາວ​ໄດ້ຍິນ​ສຽງ​ຮ້ອງ​ອັນ​ເຈັບປວດ​ໃນ​ຮຸ່ງອາຣຸນ ສຽງ​ສັນຍານ​ສູ້​ເສິກ​ທີ່​ສະໜາມຮົບ​ໃນ​ຕອນທ່ຽງ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ ແລະ​ເອເລອາເລ​ຮ້ອງ​ອອກ​ມາ ແລະ​ສຽງ​ຮ້ອງ​ຂອງ​ພວກເຂົາ​ກໍ​ໄດ້​ຍິນ​ເຖິງ​ເມືອງ​ຢາຮາດ; ແລະ​ປະຊາຊົນ​ເມືອງ​ໂຊອາ​ກໍ​ໄດ້​ຍິນ ແລະ​ສຽງ​ນັ້ນ​ໄດ້ຍິນ​ໄປ​ຮອດ​ເມືອງ​ໂຮໂຣນາອິມ ແລະ​ເອັກລາດ-ເຊລີຊີຢາ. ແມ່ນແຕ່​ຫ້ວຍນໍ້າ​ນິມຣິມ​ກໍ​ບົກ​ລົງ.


ໂມອາບ​ກໍໄດ້​ຖືກ​ທຳລາຍ​ລົງ​ໝົດ​ໃດ ຈົ່ງ​ຟັງ​ເດັກນ້ອຍ​ກຳລັງ​ຮ້ອງໄຫ້​ຢູ່​ຍົ່ວໆ.


ໄດ້ຍິນ​ບໍ​ສຽງ​ຮ້ອງໄຫ້​ສະອຶກ​ສະອື້ນ​ຂອງ​ພວກເຂົາ ຕາມ​ຫົນທາງ​ຂຶ້ນ​ໄປ​ສູ່​ເມືອງ​ລູຮິດ​ພຸ້ນ ເປັນ​ສຽງ​ຮ້ອງໄຫ້​ຍ້ອນ​ໂສກເສົ້າ​ເສຍໃຈ ຕາມ​ຫົນທາງ​ລົງ​ສູ່​ເມືອງ​ໂຮໂຣນາອິມ​ພຸ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ໃນ​ນະຄອນ​ບາບີໂລນ ເປັນ​ສຽງ​ໄວ້ທຸກ​ເພາະ​ດິນແດນ​ພັງ​ພິນາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka