Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:29 - ພຣະຄຳພີສັກສິ

29 ໂມອາບ​ຈອງຫອງ​ຫລາຍ ເຮົາ​ໄດ້ຍິນ​ວ່າ​ປະຊາຊົນ​ກໍ​ອວດດີ, ຂີ້ສະຫາວ ແລະ​ຄຸຍໂມ້​ສໍ່າໃດ; ພວກເຂົາ​ຄິດ​ເຫັນ​ແຕ່​ຜົນປະໂຫຍດ​ຕົນເອງ​ສໍ່າໃດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:29
13 Jak'a apnaqawi uñst'ayäwi  

ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ຄົນ​ໂອຫັງ​ອວດດີ​ດູຖູກ​ທຸກ​ແນວ ການ​ປະພຶດ​ຂອງ​ລາວ​ກໍ​ລ້ວນແຕ່​ຂີ້ສະຫາວ​ທັງນັ້ນ.


ຜູ້​ທີ່​ຄິດ​ວ່າ​ຕົນ​ເປັນ​ຄົນ​ດີເລີດ ດີເລີດ​ສໍ່າໃດ​ກັນເດ ຄົນ​ຢ່າງນີ້​ກໍມີ.


ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka