Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:28 - ພຣະຄຳພີສັກສິ

28 ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ໂມອາບ​ເອີຍ ຈົ່ງ​ໜີ​ອອກ​ຈາກ​ເມືອງ​ຂອງ​ພວກເຈົ້າ​ເຖີດ ຈົ່ງ​ໄປ​ອາໄສ​ຢູ່​ຕາມ​ໜ້າຜາສາ ຈົ່ງ​ເຮັດ​ຄື​ນົກ​ກາງແກ​ທີ່​ເຮັດ​ຮັງ​ຂອງຕົນ​ຢູ່​ກາງ​ພູ​ບ່ອນ​ທີ່​ມີ​ເງີບຜາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:28
10 Jak'a apnaqawi uñst'ayäwi  

ເຈັດ​ວັນ​ຕໍ່ມາ ເພິ່ນ​ໄດ້​ປ່ອຍ​ນົກເຂົາ​ອອກ​ໄປ​ອີກ, ແຕ່​ໃນ​ເທື່ອ​ນີ້​ມັນ​ບໍ່ໄດ້​ກັບຄືນ​ມາ.


ນ້ອງ​ຄື​ນົກເຂົາ​ໂຕໜຶ່ງ ທີ່​ກຳລັງ​ລີ້ຊ່ອນ​ຕົວ ຢູ່​ຕາມວ່າງ​ຂອງ​ໂງ່ນຫີນ​ນັ້ນ. ຂໍ​ໃຫ້​ອ້າຍ​ໄດ້​ເຫັນ​ໜ້າ​ເປັນ​ຕາຮັກ​ຂອງນ້ອງ​ແດ່ ແລະ​ໃຫ້​ໄດ້ຍິນ​ສຽງ​ນິ້ມນວນ​ຂອງນ້ອງ​ແດ່​ນາ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ຈົ່ງ​ຕຽມ​ອຸບມຸງ​ຝັງສົບ​ໄວ້​ສຳລັບ​ໂມອາບ​ສາ ເພາະ​ຈະ​ຖືກ​ທຳລາຍ​ໃນ​ເວລາ​ໄວໆ​ນີ້. ເມືອງ​ກໍ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ.” (


ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.


ພວກ​ມີດີອານ​ເຂັ້ມແຂງ​ກວ່າ​ພວກ​ອິດສະຣາເອນ; ສະນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ໜີໄປ​ລີ້​ຢູ່​ໃນ​ຖໍ້າ ແລະ​ຢູ່​ໃນ​ບ່ອນ​ປອດໄພ​ຕາມ​ເທິງ​ພູ.


ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka