Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:26 - ພຣະຄຳພີສັກສິ

26 ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ເຮັດ​ໃຫ້​ໂມອາບ​ມືນເມົາ​ເພາະ​ໄດ້​ກະບົດ​ຕໍ່​ເຮົາ. ໂມອາບ​ຈະ​ເກືອກກົ້ວ​ຢູ່​ໃນ​ຮາກ​ຂອງຕົນເອງ ແລະ​ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:26
37 Jak'a apnaqawi uñst'ayäwi  

ຜູ້​ທີ່​ຍົກ​ກຳປັ້ນ​ໃສ່​ພຣະ​ຜູ້ສູງສຸດ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ດູໝິ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ແຕ່​ຜູ້​ປະທັບ​ເທິງ​ຟ້າ​ສະຫວັນ​ໄດ້​ຫົວຂວັນ ແລະ​ພຣະເຈົ້າຢາເວ​ຫຍໍ້ຫຍັນ​ພວກເຂົາ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຫົວຂວັນ​ໃສ່​ພວກເຂົາ ເຍາະເຍີ້ຍ​ໃສ່​ທຸກຄົນ​ທີ່​ບໍ່​ນັບຖື​ພຣະອົງ.


ພຣະອົງ​ໄດ້​ໃຫ້​ປະຊາຊົນ​ນັ້ນ​ທົນທຸກ​ໜັກ ຍ່າງ​ໂຊເຊ​ເໝືອນ​ກັບ​ຄົນ​ເມົາ​ເຫຼົ້າ.


ພຣະເຈົ້າຢາເວ​ຖື​ຈອກ​ຢູ່​ໃນ​ມື​ຊຶ່ງ​ເຕັມ​ໄປ ດ້ວຍ​ເຫຼົ້າ​ອະງຸ່ນ​ປຸກ​ແຫ່ງ​ຄວາມ​ໂກດຮ້າຍ. ພຣະອົງ​ເທ​ເຫຼົ້າ​ນັ້ນ ແລະ​ຄົນຊົ່ວຮ້າຍ​ທັງຫລາຍ​ໄດ້​ດື່ມ​ທຸກຄົນ ພວກເຂົາ​ດື່ມ​ກັນ​ໝົດ​ຈົນ​ຢອດ​ສຸດທ້າຍ.


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ໃຫ້​ຄຳແນະນຳ​ອັນ​ສັບສົນ. ຜົນ​ທີ່​ໄດ້​ຮັບ​ຄື​ເອຢິບ​ກະທຳ​ທຸກສິ່ງ​ຜິດພາດ ແລະ​ຍ່າງ​ໂຊເຊ​ໄປ​ດັ່ງ​ຄົນ​ເມົາ​ເຫຼົ້າ​ທີ່​ພະລາດ​ລົ້ມ​ເທິງ​ຮາກ​ຂອງຕົນ.


ໂຕະ​ທີ່​ພວກເຂົາ​ນັ່ງ​ເຕັມ​ໄປ​ແຕ່​ຮາກ ແລະ​ບໍ່ມີ​ບ່ອນ​ໃດ​ສະອາດ​ເລີຍ.


ຈົ່ງ​ໂງ່ຈ້າ​ຕໍ່ໄປ​ສາ ຈົ່ງ​ຕາບອດ​ຕໍ່ໄປ​ເຖີດ ຈົ່ງ​ມືນເມົາ​ໂດຍ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ສາ ໂຊເຊ​ໄປມາ​ໂດຍ​ບໍ່ໄດ້​ດື່ມ​ເຫຼົ້າ​ຈັກ​ຈອກ​ສາ


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ຈົ່ງ​ຕື່ນ​ຂຶ້ນ​ເອງ ແລະ​ລຸກ​ຂຶ້ນ​ສາ​ເຖີດ ເຈົ້າ​ມົວເມົາ​ດ້ວຍ​ຈອກ​ແຫ່ງ​ການ​ລົງໂທດ​ທັນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ​ດື່ມ​ຍ້ອນ​ຄວາມ​ໂກດຮ້າຍ; ເຈົ້າ​ໄດ້​ດື່ມ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊເຊ​ຍ່າງ​ໄປ​ບໍ່​ທຸ່ນທ່ຽງ.


ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ ແລະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ. ເຮົາ​ໄດ້​ເທ​ເລືອດ​ອັນ​ເປັນ​ຊີວິດ​ຂອງ​ພວກເຂົາ​ນັ້ນ​ລົງ​ເທິງ​ພື້ນດິນ.”


ໂມອາບ​ໄດ້​ຖືກ​ຕີ​ໃຫ້​ກະຈັດ​ກະຈາຍ​ໄປ​ສາ​ແລ້ວ ຈົ່ງ​ຮ້ອງໄຫ້ ໂມອາບ​ໄດ້​ຖືກ​ອັບອາຍ​ສາ​ແລ້ວ. ເປັນ​ເມືອງ​ທີ່​ຮົກຮ້າງ​ເພພັງ ແລະ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ກໍ​ຫົວ​ເຍາະເຍີ້ຍ.


ໂມອາບ​ຈະ​ຖືກ​ທຳລາຍ​ແລະ​ຈະ​ບໍ່​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.


“ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ບາບີໂລນ​ເປັນ​ດັ່ງ​ຈອກຄຳ​ໃນ​ກຳມື​ຂອງ​ພຣະເຈົ້າຢາເວ ໂດຍ​ເຮັດ​ໃຫ້​ທັງໂລກ​ຕ້ອງ​ມືນເມົາ. ບັນດາ​ຊົນຊາດ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ ແລ້ວ​ກໍ​ໝົດ​ສະຕິ​ໄປ.


ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.


ພຣະອົງ​ໃຫ້​ຈິດໃຈ​ຂ້ອຍ​ເຕັມ​ແຕ່​ຄວາມ​ຂົມຂື່ນ ໃຫ້​ໂສກເສົ້າ​ຫງອຍເຫງົາ​ຕະຫລອດ​ເວລາ.


ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ມັນ​ແຂງແຮງ​ພໍ​ທີ່​ຈະ​ໂຈມຕີ​ກອງທັບ​ແຫ່ງ​ຟ້າສະຫວັນ ຄື​ຕາເວັນ, ເດືອນ, ດວງດາວ​ຕ່າງໆ​ນັ້ນ​ເອງ; ແລະ​ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ເຫຼົ່ານັ້ນ ລົງ​ມາ​ສູ່​ດິນ​ແລ້ວ​ຢຽບ​ຖິ້ມ.


ນີເນເວ​ເອີຍ ເຈົ້າ​ເອງ​ກໍ​ຈະ​ຕົກ​ຢູ່​ໃນ​ຄວາມ​ມືດມົວ​ເຊັ່ນດຽວ​ກັນ ເຈົ້າເອງ​ຈະ​ພະຍາຍາມ​ປົບໜີ​ຈາກ​ພວກ​ສັດຕູ​ຄືກັນ.


ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka