25 ໂມອາບຖືກຍໍ່າຍີ່ໃຫ້ໝຸ່ນ; ອຳນາດກໍຖືກທຳລາຍສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ເຈົ້າບໍ່ພຽງແຕ່ປະຕິເສດຊ່ວຍແມ່ໝ້າຍທັງຫລາຍ ແຕ່ເຈົ້າຍັງໄດ້ປຸ້ນ ແລະຂົ່ມເຫັງເດັກກຳພ້າດ້ວຍ.
ໂຜດທຳລາຍອຳນາດຂອງຄົນທີ່ຊົ່ວຮ້າຍທັງຫລາຍ ໂຜດລົງໂທດຈົນພວກເຂົາຫລາບບໍ່ຢາກເຮັດຜິດອີກ.
ເພາະພຣະອົງໄດ້ໃຫ້ກຳລັງຂອງຄົນຊົ່ວຮ້າຍເສຍໄປ ແຕ່ພຣະເຈົ້າຢາເວຄຸ້ມຄອງຄົນຊອບທຳໄວ້.
ພຣະອົງຈະທຳລາຍອຳນາດຂອງຄົນຊົ່ວຮ້າຍ ແຕ່ອຳນາດຂອງຄົນຊອບທຳຈະທະວີຂຶ້ນ.
ດ້ວຍໃຈກີ້ວໂກດຊົງທັບມ້າງກຳລັງອິດສະຣາເອນ ເມື່ອສັດຕູມາໂຈມຕີພຣະອົງກໍບໍ່ຍອມຊ່ວຍ. ພຣະອົງໄດ້ຕໍ່ສູ້ພວກເຮົາດ້ວຍຄວາມໂມໂຫ ດັ່ງໄຟເຜົາຜານ ພຣະອົງໄດ້ທຳລາຍທຸກສິ່ງຖິ້ມ.
ໃນຂະນະທີ່ຂ້າພະເຈົ້າກຳລັງຈ້ອງເບິ່ງເຂົາເຫຼົ່ານັ້ນ ຂ້າພະເຈົ້າກໍເຫັນເຂົານ້ອຍໆອັນໜຶ່ງປົ່ງອອກມາຈາກເຂົາທັງໝົດ ແລະເຮັດໃຫ້ເຂົາສາມອັນໃນນັ້ນຫລ່ອນອອກ. ເຂົານ້ອຍນີ້ມີຕາເໝືອນມະນຸດ ແລະມີປາກເວົ້າຄູຍໂມ້ໂອ້ອວດຢ່າງຈອງຫອງ.
ສ່ວນແບ້ນັ້ນໝາຍເຖິງອານາຈັກກຣີກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນນັ້ນ ໝາຍເຖິງກະສັດຄົນທຳອິດ.
ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງຖືເຊືອກແທກໃນມື.
ເຜົ່າຣູເບັນໄດ້ສ້າງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີຣິອາດທາອິມ,