Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:24 - ພຣະຄຳພີສັກສິ

24 ເກຣິໂອດ ແລະ​ໂບຊະຣາ. ການ​ຕັດສິນ​ໄດ້​ແຜ່​ໄປ​ເຖິງ​ທຸກ​ເມືອງ​ຂອງ​ໂມອາບ​ບໍ່​ວ່າ​ໃກ້​ຫລື​ໄກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:24
8 Jak'a apnaqawi uñst'ayäwi  

ແມ່ນ​ຜູ້ໃດ​ນໍ ທີ່​ກຳລັງ​ມາ​ຈາກ​ເມືອງ​ໂບຊະຣາ​ໃນ​ເອໂດມ? ແມ່ນ​ຜູ້ໃດ​ນໍ​ທີ່​ນຸ່ງ​ເຄື່ອງ​ສີແດງ​ສະຫງ່າງາມ ໂດຍ​ຍ່າງ ດ້ວຍ​ທ່າທາງ​ທີ່​ຊົງ​ຣິດອຳນາດ​ແລະ​ຊົງ​ກຳລັງ​ວັງຊາ? “ນີ້​ແມ່ນ​ເຮົາເອງ ກຳລັງ​ຮ້ອງ​ປະກາດ​ດ້ວຍ​ຄວາມຊອບທຳ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຊ່ວຍ​ໃຫ້​ພົ້ນໄດ້.”


ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ເຮົາ​ເອງ​ໄດ້​ສັນຍາ​ໄວ້​ວ່າ ນະຄອນ​ໂບຊະຣາ​ຈະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຍິ່ງ ແລະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ແລະ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ. ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຈະ​ເປັນ​ທີ່​ຮົກຮ້າງ​ເພພັງ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ດິນແດນ​ໂມອາບ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ເກຣິໂອດ. ປະຊາຊົນ​ຊາວ​ໂມອາບ​ຈະ​ຕາຍ​ຍ້ອນ​ສຽງ​ອຶກກະທຶກ​ຂອງ​ການ​ສູ້ຮົບ ໃນ​ຂະນະທີ່​ພວກ​ທະຫານ​ກຳລັງ​ຮ້ອງໂຮ ແລະ​ສຽງ​ແກ​ກຳລັງ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ​ຢູ່​ນັ້ນ.


ສຳລັບ​ເຜົ່າ​ຣູເບັນ​ແມ່ນ​ເມືອງ​ເບເຊ ທີ່​ເທິງ​ພູພຽງ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ສຳລັບ​ເຜົ່າກາດ​ແມ່ນ​ເມືອງ​ຣາໂມດ​ໃນ​ເຂດແດນ​ຂອງ​ກີເລອາດ ແລະ​ສຳລັບ​ເຜົ່າ​ມານາເຊ​ແມ່ນ​ເມືອງ​ໂກລານ​ໃນ​ເຂດແດນ​ບາຊານ.


ຈາກ​ເຂດແດນ​ຂອງ​ຣູເບັນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເບເຊ, ຢາຊາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka