Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:21 - ພຣະຄຳພີສັກສິ

21 ການຕັດສິນ​ໄດ້​ມາຮອດ​ເມືອງ​ຕ່າງໆ​ຕາມ​ພູພຽງ​ແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:21
11 Jak'a apnaqawi uñst'ayäwi  

ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ດີໂບນ, ເນໂບ, ເບັດດິບລາທາອິມ,


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ ແລະ​ເອເລອາເລ​ຮ້ອງ​ອອກ​ມາ ແລະ​ສຽງ​ຮ້ອງ​ຂອງ​ພວກເຂົາ​ກໍ​ໄດ້​ຍິນ​ເຖິງ​ເມືອງ​ຢາຮາດ; ແລະ​ປະຊາຊົນ​ເມືອງ​ໂຊອາ​ກໍ​ໄດ້​ຍິນ ແລະ​ສຽງ​ນັ້ນ​ໄດ້ຍິນ​ໄປ​ຮອດ​ເມືອງ​ໂຮໂຣນາອິມ ແລະ​ເອັກລາດ-ເຊລີຊີຢາ. ແມ່ນແຕ່​ຫ້ວຍນໍ້າ​ນິມຣິມ​ກໍ​ບົກ​ລົງ.


ບໍ່ມີ​ແມ່ນແຕ່​ເມືອງ​ໜຶ່ງ​ຈະ​ຫວິດ​ອັນຕະລາຍ ບໍ່ມີ​ເມືອງໃດ​ຈະ​ພົ້ນ​ຖືກ​ທຳລາຍ​ໄດ້. ຮ່ອມພູ ແລະ​ທົ່ງພຽງ​ຈະ​ຖືກ​ຮົກຮ້າງ​ຫວ່າງເປົ່າ ຕາມທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ເຮົາ​ຈະ​ປະ​ໃຫ້​ເມືອງ​ທັງຫລາຍ​ທີ່​ປ້ອງກັນ​ຊາຍແດນ​ຂອງ​ໂມອາບ ຖືກ​ໂຈມຕີ​ລວມທັງ​ເມືອງ​ທີ່​ສວຍງາມ​ດ້ວຍ ເຊັ່ນ: ເບັດ​ເຢຊີໂມດ, ບາອານ​ເມໂອນ ແລະ​ກີຣິອາດທາອິມ.


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”


ແຕ່​ເຈົ້າສີໂຫນ​ບໍ່​ອະນຸຍາດ​ໃຫ້​ປະຊາຊົນ​ອິດສະຣາເອນ ຜ່ານ​ເຂດແດນ​ຂອງ​ເພິ່ນ​ໄປ. ເພິ່ນ​ໄດ້​ຮວບຮວມ​ເອົາ​ກອງ​ທະຫານ ແລະ​ຍົກທັບ​ອອກ​ໄປ​ທີ່​ຢາຮາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ບຸກໂຈມຕີ​ຊາວ​ອິດສະຣາເອນ.


ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.


ດິນແດນ​ສ່ວນ​ນີ້​ກວມເອົາ​ທັງ​ເມືອງ​ເຮັດຊະໂບນ ແລະ​ເມືອງ​ຕ່າງໆ​ທີ່​ພູພຽງ​ນີ້ ມີ​ດັ່ງນີ້, ດີໂບນ, ບາມົດ​ບາອານ, ເບັດ​ບາອານ​ເມໂອນ,


ຢາຮາດ, ເກເດໂມດ, ເມຟາອາດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka