20 ພວກເຂົາຈະຕອບວ່າ, ‘ໂມອາບແຕກແລ້ວເດ ເປັນໜ້າອັບອາຍຫລາຍ ແລະທຸກໃຈແທ້ໆ. ຈົ່ງໄປປະກາດຕາມແຄມແມ່ນໍ້າອາກໂນນວ່າ ດິນແດນໂມອາບໄດ້ເຖິງທີ່ປະລາໄຊແລ້ວ.’
ທຸກບ່ອນຕາມເຂດແດນຂອງໂມອາບໄດ້ຍິນແຕ່ສຽງຮ້ອງໄຫ້ ຈົນໄປຮອດເມືອງເອັກລາອີມແລະເມືອງເບເອເຣລີມ.
ພວກເຂົາຄອຍຖ້າຢູ່ຕາມຕາຝັ່ງແມ່ນໍ້າອາກໂນນ ແລະເຄື່ອນຍ້າຍໄປມາຢ່າງບໍ່ມີເປົ້າໝາຍ ດັ່ງນົກທີ່ຖືກໄລ່ໃຫ້ໜີໄປຈາກຮັງ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ແຄມຮ່ອມພູອາກໂນນ) ແລະເມືອງທີ່ຢູ່ທາງກາງຮ່ອມພູ ຕະຫລອດທັງພູພຽງຂອງເມືອງເມເດບາໄປຈົນເຖິງເມືອງດີໂບນ.
ຕໍ່ມາ ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ ອ້ອມດິນແດນເອໂດມແລະໂມອາບໄປ ຈົນມາຮອດທາງທິດຕາເວັນອອກຂອງໂມອາບ ທີ່ຢູ່ທາງຟາກຫ້ວຍນໍ້າອາກໂນນເບື້ອງອື່ນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນທີ່ນັ້ນ ແຕ່ບໍ່ໄດ້ຂ້າມຫ້ວຍນໍ້າອາກໂນນໄປ ຍ້ອນວ່າມັນແມ່ນເຂດແດນຂອງຊາວໂມອາບ.