19 ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງອາໂຣເອເອີຍ ຈົ່ງຢືນລໍຢູ່ຕາມແຄມຖະໜົນຫົນທາງເຖີດ ຈົ່ງສອບຖາມພວກທີ່ກຳລັງແລ່ນປົບໜີໄປ ຈົ່ງສືບຖາມນຳພວກເຂົາວ່າມີຫຍັງໄດ້ເກີດຂຶ້ນ.
ພວກເຂົາຂ້າມແມ່ນໍ້າຈໍແດນໄປຕັ້ງຄ້າຍຢູ່ທາງທິດໃຕ້ຂອງອາໂຣເອ ຊຶ່ງເປັນເມືອງໜຶ່ງທີ່ຢູ່ກາງຮ່ອມພູໃນເຂດແດນຂອງເຜົ່າກາດ. ຈາກບ່ອນນີ້ ພວກເຂົາກໍອອກໄປທາງທິດເໜືອຈົນເຖິງເມືອງຢາເຊ
ແລະເບລາລູກຊາຍຂອງອາສາ ແລະຫລານຊາຍເຊມາໃນຕະກຸນໂຢເອນ. ຕະກຸນນີ້ໄດ້ອາໄສຢູ່ທີ່ອາໂຣເອແລະທີ່ເຂດແດນ, ແຕ່ຕອນເໜືອໄປເຖິງເນໂບແລະບາອານເມໂອນ.
ເຜົ່າກາດໄດ້ສ້າງປ້ອມລ້ອມກຳແພງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
ຄົນທີໜຶ່ງຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ ທີ່ປົກຄອງເມືອງເຮັດຊະໂບນ. ອານາຈັກຂອງເພິ່ນນັ້ນໄດ້ລວມເອົາເຄິ່ງໜຶ່ງຂອງກີເລອາດຄື: ຈາກອາໂຣເອ (ຕາມແຄມຮ່ອມພູອາກໂນນ) ແລະຈາກເມືອງຢູ່ໃນ ກາງຮ່ອມພູອາກໂນນຈົນເຖິງແມ່ນໍ້າຢັບໂບກ ເຂດແດນຂອງຊາວອຳໂມນ
ມັນເປັນເວລາເຖິງສາມຮ້ອຍປີຜ່ານມາແລ້ວ ທີ່ຊາດອິດສະຣາເອນໄດ້ຄອບຄອງເຮັດຊະໂບນແລະອາໂຣເອ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງຫົວເມືອງຕ່າງໆທີ່ຢູ່ຕາມແຄມຝັ່ງຂອງຫ້ວຍນໍ້າອາກໂນນ. ຕະຫລອດເວລາທີ່ຜ່ານມານັ້ນ ເປັນຫຍັງທ່ານຈຶ່ງບໍ່ຢຶດຄືນ?
ຊາຍຄົນນີ້ໄດ້ເວົ້າວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບມື້ນີ້ ແລະຟ້າວແລ່ນມາທີ່ນີ້ໂລດ.” ເອລີຈຶ່ງຖາມລາວວ່າ, “ລູກເອີຍ ມີເຫດການຫຍັງເກີດຂຶ້ນ?”