Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:17 - ພຣະຄຳພີສັກສິ

17 ພວກເຈົ້າ​ທີ່​ຢູ່​ແຖບ​ນີ້​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ຊົນຊາດ​ນັ້ນ ຄື​ທຸກໆຄົນ​ທີ່​ຮູ້​ຊື່ສຽງ​ຂອງ​ດິນແດນ​ນັ້ນ. ຈົ່ງ​ເວົ້າ​ວ່າ, ‘ການປົກຄອງ​ເດັ່ນ​ຖືກ​ທັບມ້າງ​ລົງ ຄວາມ​ຍິ່ງໃຫຍ່​ແລະ​ໂດ່ງດັງ​ບໍ່ມີ​ຕໍ່ໄປ​ແລ້ວ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:17
12 Jak'a apnaqawi uñst'ayäwi  

ຈາກ​ພູເຂົາ​ຊີໂອນ, ພຣະອົງ​ຈະ​ແຜ່​ອຳນາດ​ແຫ່ງ​ກະສັດ ໂດຍ​ກ່າວ​ວ່າ, “ຈົ່ງ​ປົກຄອງ​ສັດຕູ​ຂອງເຈົ້າ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.


ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.


ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.


ໂມອາບ​ໄດ້​ຖືກ​ຕີ​ໃຫ້​ກະຈັດ​ກະຈາຍ​ໄປ​ສາ​ແລ້ວ ຈົ່ງ​ຮ້ອງໄຫ້ ໂມອາບ​ໄດ້​ຖືກ​ອັບອາຍ​ສາ​ແລ້ວ. ເປັນ​ເມືອງ​ທີ່​ຮົກຮ້າງ​ເພພັງ ແລະ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ກໍ​ຫົວ​ເຍາະເຍີ້ຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka