Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:15 - ພຣະຄຳພີສັກສິ

15 ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:15
17 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ສູງສຸດ​ເປັນ​ທີ່​ຢ້ານຢຳ​ຫລາຍ ເປັນ​ກະສັດ​ອົງ​ຍິ່ງໃຫຍ່​ທີ່​ປົກຄອງ​ທົ່ວ​ທັງໂລກ.


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ໂມອາບ​ກໍໄດ້​ຖືກ​ທຳລາຍ​ລົງ​ໝົດ​ໃດ ຈົ່ງ​ຟັງ​ເດັກນ້ອຍ​ກຳລັງ​ຮ້ອງໄຫ້​ຢູ່​ຍົ່ວໆ.


ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (


ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”


ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຂ້າ​ດັ່ງ​ປາດ​ຄໍ​ແກະໜຸ່ມ, ແບ້ ແລະ​ແກະເຖິກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka