Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:13 - ພຣະຄຳພີສັກສິ

13 ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:13
21 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ເອລີຢາ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຈັບ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ ຢ່າ​ໃຫ້​ຜູ້ໃດ​ລອດ​ໜີໄປ​ໄດ້.” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຈັບ​ພວກເຂົາ​ທຸກຄົນ​ໄວ້ ແລ້ວ​ເອລີຢາ​ກໍໄດ້​ນຳ​ພວກເຂົາ​ລົງ​ໄປ​ໃນ​ຫ້ວຍ​ກີໂຊນ ແລະ​ຂ້າ​ພວກເຂົາ​ເສຍ.


ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”


ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ສະນັ້ນ ບັດນີ້ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ສົ່ງ​ຄົນ​ໄປ​ເທ​ໂມອາບ​ອອກ​ດັ່ງ​ເທ​ເຫຼົ້າ​ອະງຸ່ນ. ພວກເຂົາ​ຈະ​ເທ​ເຫຼົ້າ​ອະງຸ່ນ​ອອກ​ຈົນ​ໄຫເປົ່າ ແລະ​ທັງ​ທັບ​ໃຫ້​ແຕກ​ເປັນ​ປ່ຽງໆ.


ໂມອາບ​ໄດ້​ຖືກ​ຕີ​ໃຫ້​ກະຈັດ​ກະຈາຍ​ໄປ​ສາ​ແລ້ວ ຈົ່ງ​ຮ້ອງໄຫ້ ໂມອາບ​ໄດ້​ຖືກ​ອັບອາຍ​ສາ​ແລ້ວ. ເປັນ​ເມືອງ​ທີ່​ຮົກຮ້າງ​ເພພັງ ແລະ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ກໍ​ຫົວ​ເຍາະເຍີ້ຍ.


ສົງສານ​ປະຊາຊົນ​ໂມອາບ​ເດ ປະຊາຊົນ​ຜູ້​ຂາບໄຫວ້​ພະ​ເຄໂມດ​ໄດ້​ຖືກ​ທຳລາຍ​ແລ້ວ ແລະ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ​ສາ​ແລ້ວ.


ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.


ບັດນີ້ ທ່ານ​ຈະ​ພະຍາຍາມ​ເອົາ​ຄືນ​ຊັ້ນບໍ? ທ່ານ​ຢຶດຄອງ​ເອົາ​ທຸກສິ່ງ ທີ່​ພະ​ເຄໂມດ​ຂອງ​ພວກທ່ານ​ມອບ​ໃຫ້​ໄດ້, ແຕ່​ພວກ​ຂ້າພະເຈົ້າ​ຈະ​ເກັບ​ຮັກສາ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka