Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:12 - ພຣະຄຳພີສັກສິ

12 ສະນັ້ນ ບັດນີ້ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ສົ່ງ​ຄົນ​ໄປ​ເທ​ໂມອາບ​ອອກ​ດັ່ງ​ເທ​ເຫຼົ້າ​ອະງຸ່ນ. ພວກເຂົາ​ຈະ​ເທ​ເຫຼົ້າ​ອະງຸ່ນ​ອອກ​ຈົນ​ໄຫເປົ່າ ແລະ​ທັງ​ທັບ​ໃຫ້​ແຕກ​ເປັນ​ປ່ຽງໆ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:12
14 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ຂ້ຽນ​ພວກເຂົາ​ດ້ວຍ​ໄມ້ແສ້​ເຫຼັກ; ຈະ​ທຸບ​ພວກເຂົາ​ດັ່ງ​ທຸບ​ໝໍ້ດິນ​ແຕກ​ເປັນ​ປ່ຽງໆ.


ພວກເຂົາ​ຄອຍຖ້າ​ຢູ່​ຕາມ​ຕາຝັ່ງ​ແມ່ນໍ້າ​ອາກໂນນ ແລະ​ເຄື່ອນຍ້າຍ​ໄປມາຢ່າງ​ບໍ່ມີ​ເປົ້າໝາຍ ດັ່ງ​ນົກ​ທີ່​ຖືກ​ໄລ່​ໃຫ້​ໜີໄປ​ຈາກ​ຮັງ.


ພວກເຈົ້າ​ຈະ​ຖືກ​ຕີ​ໃຫ້​ແຕກ​ດັ່ງ​ໝໍ້ດິນ ຄື​ແຕກ​ໝຸ່ນ​ໝົດ​ຈົນ​ບໍ່ມີ​ປ່ຽງໃດ​ພໍ​ຈະ​ເອົາ​ມາ​ໃສ່​ຖ່ານໄຟ​ຮ້ອນ​ໄດ້ ຫລື​ຕັກ​ເອົາ​ນໍ້າ​ຈາກ​ຖັງ​ໄດ້.”


ຄົນຮັ່ງມີ​ສົ່ງ​ຄົນ​ຮັບໃຊ້​ອອກ​ໄປ​ຊອກ​ຕັກ​ນໍ້າ​ມາ​ກິນ ແຕ່​ບໍ່ໄດ້​ພົບ​ນໍ້າ​ເລີຍ ເມື່ອ​ພວກເຂົາ​ໄປ​ຮອດ​ອ່າງນໍ້າ; ພວກເຂົາ​ເລີຍ​ຖື​ໄຫເປົ່າ​ພາກັນ​ກັບຄືນ​ເມືອ ໝົດ​ກຳລັງໃຈ​ທັງ​ສັບສົນ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ທຸບ​ໝໍ້​ຕໍ່ໜ້າ​ພວກ​ທີ່​ມາ​ກັບ​ຂ້າພະເຈົ້າ


ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໂມອາບ​ເຄີຍ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ເຄີຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຈັກເທື່ອ. ໂມອາບ​ເປັນ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ຖືກ​ປະໄວ້​ບໍ່ມີ​ຜູ້ໃດ​ລົບກວນ ແລະ​ບໍ່ເຄີຍ​ຖືກ​ຖອກ​ຈາກ​ໄຫ​ໜຶ່ງ​ໃສ່​ອີກ​ໄຫ​ໜຶ່ງ​ຈັກເທື່ອ. ຣົດຊາດ​ບໍ່ເຄີຍ​ເສື່ອມເສຍ ແລະ​ຊີມ​ຣົດ​ເທື່ອໃດ​ກໍດີ​ເທື່ອນັ້ນ.


ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.


ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ເທິງ​ດາດຟ້າ​ເຮືອນ​ຂອງ​ຊາວ​ໂມອາບ​ທຸກ​ຫລັງ ແລະ​ຕາມ​ທີ່​ສາທາ​ລະນະ​ທັງໝົດ ບໍ່ມີ​ຫຍັງ​ເລີຍ​ນອກຈາກ​ການ​ໄວ້ທຸກ​ເທົ່ານັ້ນ ຍ້ອນ​ເຮົາ​ໄດ້​ຕີ​ໂມອາບ​ໃຫ້​ແຕກ​ດັ່ງ​ຕີ​ໝໍ້​ທີ່​ບໍ່ມີ​ຜູ້ໃດ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ບໍ່ມີ​ແມ່ນແຕ່​ເມືອງ​ໜຶ່ງ​ຈະ​ຫວິດ​ອັນຕະລາຍ ບໍ່ມີ​ເມືອງໃດ​ຈະ​ພົ້ນ​ຖືກ​ທຳລາຍ​ໄດ້. ຮ່ອມພູ ແລະ​ທົ່ງພຽງ​ຈະ​ຖືກ​ຮົກຮ້າງ​ຫວ່າງເປົ່າ ຕາມທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ເພາະວ່າ​ພຣະເຈົ້າຢາເວ​ຈະ​ເອົາ​ຍົດສັກ​ຂອງ​ຢາໂຄບ​ເໝືອນ​ຢ່າງ​ຍົດສັກ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ສູ່​ສະພາບ​ເດີມ ເຫດ​ວ່າ​ພວກ​ຜູ້ທຳລາຍ​ໄດ້​ປຸ້ນ​ພວກເຂົາ​ແລະ​ໄດ້​ທຳລາຍ​ກິ່ງ​ອະງຸ່ນ​ທັງຫລາຍ​ຂອງ​ພວກເຂົາ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka