Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ກ່າວ​ວ່າ, “ໂມອາບ​ເຄີຍ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ເຄີຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຈັກເທື່ອ. ໂມອາບ​ເປັນ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ຖືກ​ປະໄວ້​ບໍ່ມີ​ຜູ້ໃດ​ລົບກວນ ແລະ​ບໍ່ເຄີຍ​ຖືກ​ຖອກ​ຈາກ​ໄຫ​ໜຶ່ງ​ໃສ່​ອີກ​ໄຫ​ໜຶ່ງ​ຈັກເທື່ອ. ຣົດຊາດ​ບໍ່ເຄີຍ​ເສື່ອມເສຍ ແລະ​ຊີມ​ຣົດ​ເທື່ອໃດ​ກໍດີ​ເທື່ອນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:11
16 Jak'a apnaqawi uñst'ayäwi  

ດົນນານ​ແລ້ວ​ທີ່​ຖືກ​ເຍາະເຍີ້ຍ​ຈາກ​ຄົນຮັ່ງມີ ແລະ​ຖືກ​ດູໝິ່ນ​ຈາກ​ຄົນ​ກົດຂີ່​ທີ່​ຈອງຫອງ​ດ້ວຍ.


ພຣະເຈົ້າ ອົງ​ທີ່​ໄດ້​ປົກຄອງ​ແຕ່​ນິຣັນດອນ​ມາ ຈະ​ຟັງ​ຂ້ອຍ​ຮ້ອງຂໍ​ແລະ​ເອົາ​ຊະນະ​ເຂົາເຈົ້າ. ດ້ວຍວ່າ, ພວກເຂົາ​ປະຕິເສດ​ທີ່​ຈະ​ປ່ຽນແປງ ແລະ​ພວກເຂົາ​ກໍ​ບໍ່​ຢຳເກງ​ພຣະອົງ​ດ້ວຍ.


ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.


ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”


ແຜ່ນດິນ​ໂລກ​ຈະ​ພິນາດ​ແລະ​ຮົກຮ້າງ​ເພພັງ. ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເປັນ​ໄປ​ຢ່າງນັ້ນ.


ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


ສະນັ້ນ ບັດນີ້ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ສົ່ງ​ຄົນ​ໄປ​ເທ​ໂມອາບ​ອອກ​ດັ່ງ​ເທ​ເຫຼົ້າ​ອະງຸ່ນ. ພວກເຂົາ​ຈະ​ເທ​ເຫຼົ້າ​ອະງຸ່ນ​ອອກ​ຈົນ​ໄຫເປົ່າ ແລະ​ທັງ​ທັບ​ໃຫ້​ແຕກ​ເປັນ​ປ່ຽງໆ.


ໂມອາບ​ຈອງຫອງ​ຫລາຍ ເຮົາ​ໄດ້ຍິນ​ວ່າ​ປະຊາຊົນ​ກໍ​ອວດດີ, ຂີ້ສະຫາວ ແລະ​ຄຸຍໂມ້​ສໍ່າໃດ; ພວກເຂົາ​ຄິດ​ເຫັນ​ແຕ່​ຜົນປະໂຫຍດ​ຕົນເອງ​ສໍ່າໃດ.


“ກະສັດ​ແຫ່ງ​ບາບີໂລນ​ກືນກິນ​ນະຄອນ​ເຢຣູຊາເລັມ ໄດ້​ເຮັດ​ໃຫ້​ນະຄອນ​ຮ້າງເປົ່າ​ດັ່ງ​ໄຫ​ບໍ່ມີ​ຫຍັງ​ຈັກດີ້; ດັ່ງ​ຜີປີສາດ​ໂຕໜຶ່ງ​ກືນກິນ​ນະຄອນ​ເຢຣູຊາເລັມ ເພິ່ນ​ຢຶດ​ສິ່ງ​ທີ່​ຕ້ອງການ​ແລະ​ໂຍນ​ຂອງເຫລືອ​ຖິ້ມ.


ນີເນເວ​ເອີຍ ເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ ເປັນ​ເມືອງ​ຮ້າງວ່າງຄົນ​ແລະ​ເປັນ​ຖິ່ນ​ເປົ່າປ່ຽວ ທຸກຄົນ​ຕ່າງ​ກໍ​ຢ້ານ​ຈົນ​ອົກສັ່ນ​ຂວັນເສຍ ຈົນ​ຫົວເຂົ່າ​ທຸກຄົນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ ແລະ​ທຸກຄົນ​ຕ່າງ​ກໍ​ໝົດເຫື່ອໝົດແຮງ ຈົນ​ສີໜ້າ​ມ້ານ​ຫລ່າເຫລືອງ​ໄປ​ທັງນັ້ນ.


ເພາະວ່າ​ພຣະເຈົ້າຢາເວ​ຈະ​ເອົາ​ຍົດສັກ​ຂອງ​ຢາໂຄບ​ເໝືອນ​ຢ່າງ​ຍົດສັກ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ສູ່​ສະພາບ​ເດີມ ເຫດ​ວ່າ​ພວກ​ຜູ້ທຳລາຍ​ໄດ້​ປຸ້ນ​ພວກເຂົາ​ແລະ​ໄດ້​ທຳລາຍ​ກິ່ງ​ອະງຸ່ນ​ທັງຫລາຍ​ຂອງ​ພວກເຂົາ.)


ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ໂຄມໄຟ​ອັນ​ໜຶ່ງ ເຍືອງ​ຄົ້ນຫາ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ລົງໂທດ​ປະຊາຊົນ​ທີ່​ສ້າງ​ຄວາມ​ອີ່ມອົກອີ່ມໃຈ ແລະ​ເຊື່ອໝັ້ນ​ໃນ​ຕົນເອງ ຄື​ຜູ້​ທີ່​ເວົ້າ​ໃນ​ຈິດໃຈ​ວ່າ, ‘ບໍ່​ວ່າ​ຮ້າຍ​ຫລື​ດີ ພຣະເຈົ້າຢາເວ​ເຮັດ​ຫຍັງ​ບໍ່ໄດ້​ດອກ.’


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka