Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 48:10 - ພຣະຄຳພີສັກສິ

10 ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ເຮັດ​ວຽກງານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ໝົດ​ຈິດ​ໝົດໃຈ ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ໃຊ້​ດາບ​ຂອງຕົນ​ເພື່ອ​ຟັນ​ແລະ​ເຂັ່ນຂ້າ).

Uka jalj uñjjattʼäta Copia luraña




ເຢເຣມີຢາ 48:10
15 Jak'a apnaqawi uñst'ayäwi  

ພໍ​ກະສັດ​ອິດສະຣາເອນ​ຜ່ານ​ມາ ຜູ້ທຳນວາຍ​ຄົນ​ນີ້​ກໍ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ເມື່ອ​ຂ້ານ້ອຍ​ຕໍ່ສູ້​ໃນ​ສະໜາມຮົບ ມີ​ທະຫານ​ຄົນ​ໜຶ່ງ​ພາ​ຊະເລີຍ​ມາ​ຫາ​ຂ້ານ້ອຍ ແລະ​ສັ່ງ​ວ່າ, ‘ຈົ່ງ​ເຝົ້າ​ຮັກສາ​ຊາຍ​ຄົນ​ນີ້; ຖ້າ​ລາວ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເປັນ​ຄ່າ​ໃຊ້​ທົດແທນ ຫລື​ເອົາ​ເງິນ​ສົດ​ສາມພັນ​ຫລຽນ​ໃຊ້​ແທນ.’


ແຕ່​ຂ້ານ້ອຍ​ຫຍຸ້ງຢູ່ກັບ​ວຽກ​ອື່ນໆ ແລະ​ຊະເລີຍ​ກໍ​ໜີໄປ.” ກະສັດ​ຕອບ​ວ່າ, “ເຈົ້າ​ຈະ​ຖືກ​ລົງໂທດ ເພາະ​ເຈົ້າ​ກ່າວໂທດ​ໃສ່​ເຈົ້າເອງ.”


ຜູ້ທຳນວາຍ​ຈຶ່ງ​ກ່າວ​ຕໍ່​ກະສັດ​ວ່າ, “ນີ້​ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ‘ເພາະ​ເຈົ້າ​ປ່ອຍ​ຄົນ​ທີ່​ເຮົາ​ສັ່ງ​ໃຫ້​ຂ້າ​ຖິ້ມ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເອງ​ທົດແທນ​ຄືນ ແລະ​ກອງທັບ​ຂອງເຈົ້າ​ກໍ​ຈະ​ຖືກ​ທຳລາຍ ທີ່​ເຈົ້າ​ໄດ້​ປ່ອຍ​ໃຫ້​ກອງທັບ​ຂອງ​ລາວ​ໜີໄປ.”’


ເອລີຊາ​ໃຈຮ້າຍ​ໃຫ້​ກະສັດ ແລະ​ເວົ້າ​ວ່າ, “ທ່ານ​ຄວນ​ຕີ​ເຖິງ​ຫ້າ ຫລື​ຫົກ​ເທື່ອ ທ່ານ​ຈຶ່ງ​ຈະ​ຕີ​ຊະນະ​ຊາວ​ຊີເຣຍ​ຢ່າງ​ສິ້ນເຊີງ; ແຕ່​ບັດນີ້​ທ່ານ​ຈະ​ຊະນະ​ພວກເຂົາ​ໄດ້​ພຽງແຕ່​ສາມ​ຄັ້ງ​ເທົ່ານັ້ນ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສາບແຊ່ງ​ທຸກໆ​ຄົນ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ພັນທະສັນຍາ​ນີ້.


ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’


ແຕ່​ຈະ​ໃຫ້​ພັກຜ່ອນ​ໄດ້​ຢ່າງໃດ ໃນ​ເມື່ອ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ວຽກ​ໃຫ້​ມັນ​ເຮັດ? ພຣະອົງ​ໄດ້​ສັ່ງ​ມັນ​ໃຫ້​ໂຈມຕີ​ເມືອງ​ອາຊະເກໂລນ ທັງ​ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ທະເລ​ນັ້ນ.”


ພຣະເຈົ້າຢາເວ​ໄດ້​ໄຂ​ສາງ​ອາວຸດ​ຂອງພຣະອົງ​ອອກ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ເອົາ​ອາວຸດ​ນັ້ນ​ອອກ​ມາ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມີ​ພາລະກິດ​ທີ່​ຈະ​ເຮັດ​ໃນ​ບາບີໂລນ.


ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (


ແຕ່​ພວກເຈົ້າ​ຢ່າ​ຢູ່​ຫັ້ນ ໃຫ້​ໄລ່​ຕາມ​ສັດຕູ​ແລະ​ຫລອນ​ໂຈມຕີ​ທາງ​ດ້ານຫລັງ; ຢ່າ​ປ່ອຍ​ໃຫ້​ພວກເຂົາ​ເຂົ້າ​ໄປ​ໃນ​ເມືອງ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ.”


ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ສາບແຊ່ງ​ຄືກັນ ວ່າ, ‘ເມືອງ​ເມຣົດ​ຖືກ​ສາບແຊ່ງ​ເສຍ​ແລ້ວ ຊາວ​ເມືອງ​ນັ້ນ​ກໍ​ຖືກ​ສາບແຊ່ງ​ກັນ​ໝົດ ຄົນ​ທີ່​ມາ​ອາໄສ​ຢູ່​ນຳ​ກໍ​ຖືກ​ສາບແຊ່ງ​ດ້ວຍ. ເພາະ​ພວກເຂົາ​ບໍ່ໄດ້​ມາ​ຊ່ວຍ​ພຣະເຈົ້າຢາເວ​ໂຈມຕີ ຄື​ເປັນ​ທະຫານ​ທີ່​ດີ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ.’


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka